ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.
ປະເພດຍິງດ່ຽວ ຮອບທີໜຶ່ງ: ເອເລນ້າ ຣີບາກີນ້າ ແຊ້ມເກົ່າ ມື 3 ຂອງລາຍການ ຈາກຄາຊັກສະຖານ ແຊງຊະນະ ເຊວບີ້ ໂຣເຈີ ອັນດັບ 45 ຂອງໂລກ ຈາກສະຫະລັດ ອາເມຣິກາ 2-1 ເຊັດ: 4-6, 6-1 ແລະ 6-2 ຮອບ 2 ລໍຖ້າພົບຜູ້ຊະນະລະຫວ່າງ ອາລີເຊ່ ຄໍເນ່ ຈາກຝຣັ່ງ ຫລື ນາໂອະ ຮິມີໂນະ ຈາກຍີ່ປຸ່ນ.
ຂະນະທີ່ ອາຣີນ້າ ຊາບາເລັນກ້າ ມື 2 ຈາກເບລາຣຸສ ແລະ ອອນ ຈາເບີ ມື 6 ຈາກຕູນີຊີ້ ກໍຜ່ານໄດ້.
Photo: Wimbledon, WTA