ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້, ເຊິ່ງມື້ທີສອງຂອງການແຂ່ງຂັນຍັງມີສາຍຝົນລົບກວນ ແຂ່ງບໍ່ຈົບຫລາຍຄູ່.
ປະເພດຊາຍດ່ຽວ ຮອບທີໜຶ່ງ: ຄາຣລັອສ ອາວຄາຣາຊ ມື 1 ຂອງໂລກ ຈາກແອັສປາຍ ເອົາຊະນະ ເຈເຣມີ້ ຊາຣດີ້ ຈາກຝຣັ່ງ ໄວ 36 ປີ 3-0 ເຊັດ: 6-0, 6-2 ແລະ 7-5 ອາວຄາຣາຊ ໄວ 20 ປີ ສ້າງສະຖິຕິອາຍຸສຸດໃນຮອບ 16 ປີ ຊະນະ 30 ນັດ ໃນລະດັບແກຣນສະແລມ ຕໍ່ຈາກ ໂນວັກ ໂຢໂຄວິກ ປີ 2007, ຮອບ 2 ອາວຄາຣາຊ ໄປພົບກັບຜູ້ຊະນະລະຫວ່າງ ອາເລັກຊານເດຣ ມຸນເລີ ຫລື ອາເທີ ຣິນເດີເນັກ ສອງນັກເທັນນິສຈາກຝຣັ່ງ.
ຂະນະທີ່ ແອນດີ້ ເມີຣີ້ ອາດີດແຊ້ມ 2 ສະໄໝ ຈາກເຈົ້າພາບ ແລະ ຄາເມຣ້ອນ ນໍຣຣີ້ ມື 12 ອີກໜຶ່ງນັກກິລາຈາກເຈົ້າພາບກໍຜ່ານໄດ້.
Photo: Wimbledon