ລີກຊາອຸຫອມຫວນ! ໂຣແບໂຕ້ ຟຣີມີໂນ້ ເລືອກໄປຫາຄວາມທ້າທາຍອີກຄົນ!

ໂຣແບໂຕ້ ຟຣີມີໂນ້ ອາດີດກອງກາງ ຫົງແດງ ລີເວີພູລ ເປັນອີກໜຶ່ງນັກເຕະບານຊື່ດັງ ເລືອກໄປຫາຄວາມທ້າທາຍໃໝ່ໃນລີກສູງສຸດຂອງ ຊາອຸດິອາຣາເບຍ ກັບສະໂມສອນ ອາວ ອາລີ ພາຍຫລັງໝົດສັນຍາໃນຖິ່ນ ແອນຟິວ ລະດູການຜ່ານມາ.

ຟຣີມີໂນ້ ໄວ 31 ປີ ເຊັນສັນຍາ 3 ປີ ກັບສັງກັດໃໝ່, ນັກເຕະຈາກ ພຣີເມ່ຍລີກ ທີ່ຍ້າຍໄປຢູ່ກັບ ອາວ ອາລີ ກ່ອນໜ້ານີ້ແມ່ນ ເອດົວ ເມັນດີ້ ຜູ້ຮັກສາປະຕູທີມຊາດເຊເນການ ທີ່ຍ້າຍມາຈາກ ເຊວຊີ.

ສຳລັບຜົນງານຂອງ ໂຣແບໂຕ້ ຟຣີມີໂນ້ ກັບກອງທັບຫົງແດງ ລົງສະໜາມຊ່ວຍທີມທັງໝົດ 361 ນັດ ຍິງ 110 ປະຕູ, 79 ແອັສຊິດ, ໄດ້ແຊ້ມ ພຣີເມ່ຍລີກ, ເອັຟເອຄັບ, ລີກຄັບ, ຄອມມູນີຕີ້ຊິວ, ຢູຟ້າ ແຊ້ມປ້ຽນລີກ, ຢູຟ້າ ຊຸບເປີຄັບ ແລະ ແຊ້ມສະໂມສອນໂລກ ຢ່າງລະໜຶ່ງສະໄໝ.

Photo: Al-Ahli

Leave a Reply

Your email address will not be published. Required fields are marked *