ຫ້າມຂາຍເຄື່ອງດື່ມທາດເຫລົ້າ ໃນສະໜາມກິລາ ງານໂອແລມປິກເກມ 2024

ຄະນະຮັບຜິດຊອບຈັດການແຂ່ງຂັນກິລາໂອແລມປິກ ລະດູຮ້ອນ ຄັ້ງທີ 33 ຫລື ໂອແລມປິກເກມ ປີ 2024 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ປະກາດຫ້າມຂາຍເຄື່ອງດື່ມທາດເຫລົ້າ ໃນສະໜາມກິລາຕ່າງໆ ທີ່ຮອງຮັບໃຫ້ແກ່ງານຄັ້ງນີ້, ຂະນະທີ່ ແຂກວີໄອພີ ແມ່ນສາມາດຮັບເຄື່ອງດື່ມທີ່ມີທາດເຫລົ້າ.

ຕາມກົດໝາຍຂອງປະເທດຝຣັ່ງ ແມ່ນຫ້າມຂາຍເຄື່ອງດື່ມທີ່ມີທາດເຫລົ້າ ໃນສະໜາມກິລາຕ່າງໆ ຍົກເວັ້ນບາງກໍລະນີ, ກົດລະບຽບນີ້ ຖືກຮຽກຮ້ອງປັບປຸງພາຍໃນປີ 2024 ເພາະໃນປີ 2024 ນະຄອນຫລວງປາຣີ ຈະຈັດການແຂ່ງຂັນກິລາຫລາຍກວ່າ 700 ງານ.

ສ່ວນງານກິລາຣັກບີ້ ຊິງແຊ້ມໂລກ ໃນວັນທີ 8 ກັນຍາ – 28 ຕຸລາປີນີ້ ຢູ່ຝຣັ່ງ ໄດ້ຮັບອະນຸຍາດໃຫ້ສາມາດຈຳໜ່າຍເຄື່ອງດື່ມທາດເຫລົ້າໄດ້. ຂະນະທີ່ ຮອບຊິງຊະນະເລີດ ເຕະບານ ຢູຟ້າ ແຊ້ມປ້ຽນລີກ ປີ 2022 ທີ່ສະໜາມ ສະຕ໊າດ ເດີຟຣອງ ລັດຖະບານຝຣັ່ງ ໄດ້ຮັບອະນຸຍາດໃຫ້ສາມາດຈຳໜ່າຍເຄື່ອງດື່ມທາດເຫລົ້າໄດ້ ແຕ່ຫ້າມຊື້ ແລະ ດື່ມ ໃນສຖານທີ່ສາທາລະນະຂ້ອມຂ້າງສະໜາມ.

ເຄື່ອງດື່ມທາດເຫລົ້າ ເປັນຕົ້ນ: ເບຍ, ເຫລົ້າ ແລະ ວາຍ ໃນໂອແລມປິກເກມ 2012 ທີ່ລອນດອນ ປະເທດອັງກິດ ແລະ 2016 ທີ່ຣິໂອ ດີຈາເນໂຣ ປະເທດເບຣຊິນ ແມ່ນສາມາດຈຳໜ່າຍ ແລະ ດຶ່ມໃນສະໜາມໄດ້, ແຕ່ 2020 ຢູ່ໂຕກຽວ ປະເທດຍີ່ປຸ່ນ ຈຳກັດບໍ່ໃຫ້ມີຜູ້ຊົມ ຍ້ອນການລະບາດຂອງພະຍາດໂຄວິດ-19 ຈຶ່ງຫ້າມຂາຍເຄື່ອງດື່ມທີ່ມີທາດເຫລົ້າ.

ສຳລັບ ງານມະຫະກຳກິລາໂອແລມປິກ ລະດູຮ້ອນ ຄັ້ງທີ 33 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ຈະແຂ່ງຂັນໃນລະຫວ່າງວັນທີ 26 ກໍລະກົດ ຫາວັນທີ 11 ສິງຫາ 2024 ຄາດວ່າຈະມີນັກກິລາ 1 ໝື່ນກວ່າຄົນຈາກທົ່ວໂລກເຂົ້າຮ່ວມ ຊິງ 329 ຫລຽນຄຳ ໃນ 32 ປະເພດກິລາ. ນີ້ເປັນຄັ້ງທີ ທີ່ປະເທດຝຣັ່ງ ໄດ້ຮັບກຽດເປັນເຈົ້າພາບ ໂອແລມປິກ ລະດູຮ້ອນ ຕໍ່ຈາກປີ 1900 ຊຶ່ງເປັນຄັ້ງທີ 2 ຂອງການແຂ່ງຂັນ.

Leave a Reply

Your email address will not be published. Required fields are marked *