ເຊັສ ຟາເບຣກັສ ອະດີດກອງກາງ ບາຣເຊໂລນ້າ, ອາຣເຊນໍລ, ເຊວຊີ ແລະ ທີມຊາດສະເປນ (ແອັສປາຍ) ປະກາດອຳລາອາຊີບທາງການ ວັນທີ 1 ກໍລະກົດ 2023 ກັບສະໂມສອນ ໂຄໂມ ທີມໃນລີກ ເຊຣີບີ ອີຕາລີ ພາຍຫລັງຍຶດອາຊີບນີ້ມາ 20 ປີ ໄດ້ 17 ແຊ້ມ.
ຟາເບຣກັສ ໄວ 36 ປິ ຈະສືບຕໍ່ຢູ່ກັບ ໂຄໂມ ໃນຖານະເປັນຄູຝຶກທີມສຳຮອງຂອງທີມ (ທີມບີ) ແລະ ເບິ່ງແຍງຊຸດເຍົາວະຊົນ-ໄວໜຸ່ມຂອງ ໂຄໂມ.
Photo: LiveScore