ແບ່ງໂຖຮຽບຮ້ອຍ ເຕະບານ U17 ປີ ຊິງແຊ້ມໂລກ 2023 ທີ່ອິນໂດເນເຊຍ

ສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ປະກາດແບ່ງໂຖ ການແຂ່ງຂັນເຕະບານ U17 ປີ ຊິງແຊ້ມໂລກ 2023 ທີ່ອິນໂດເນເຊຍ ເປັນເຈົ້າພາບ ໃນລະຫວ່າງວັນທີ 10 ພະຈິກ – 2 ທັນວາ 2023.

ຮອບສຸດທ້າຍ ມີ 24 ທີມ ທີ່ຜ່ານການຄັດເລືອກແຕ່ລະຂົງເຂດ ຈະແບ່ງອອກເປັນ 6 ກຸ່ມ, ກຸ່ມລະ 4 ທີມ, ສຳລັບການຈັດທີມວາງໃນແຕ່ລະໂຖ ແມ່ນອີງໃສ່ຜົນງານການເຂົ້າຮ່ວມໃນ 5 ຄັ້ງຜ່ານມາ 2011-2019.

ໂຖທີ 1 ປະກອບມີ: ອິນໂດເນເຊຍ (ເຈົ້າພາບ) ທັງເປັນນ້ອງໃໝ່, ເບຣຊິນ ແຊ້ມເກົ່າ ແຊ້ມອາເມຣິກາໃຕ້ 2023, ແມັກຊິກ ຮອງແຊ້ມຄັ້ງຜ່ານມາ ແຊ້ມຄອນຄາເຄັຟ 2023, ຝຣັ່ງ ອັນດັບ 3 ຄັ້ງຜ່ານມາ, ສະເປນ (ແອັສປາຍ) ແລະ ຍີ່ປຸ່ນ ແຊ້ມອາຊີ 2023.

ໂຖທີ 2 ມີ: ເຢຍລະມັນ ແຊ້ມເອີຣົບ 2023, ມາລີ, ອັງກິດ, ສາທາລະນະລັດເກົາຫລີ, ອາກຊັງຕິນ ແລະ ເອກົວດໍຣ.

ໂຖທີ 3 ມີ: ນູແວນເຊລັງ ແຊ້ມໂອເຊອານີ້ 2023, ອີຣານ, ເຊເນການ ແຊ້ມອາຟຣິກາ 2023, ສະຫະລັດ ອາເມຣິກາ, ອຸສເບກິສຖານ ແລະ ມາຣົກ.

ໂຖທີ 4 ມີ: ການາດ້າ, ນິວ ຄາເລໂດເນຍ, ປານາມ້າ, ບູກີນ້າ ຟາໂຊ,  ເວເນຊູເອລ້າ ແລະ ໂປໂລຍ.

Photo: ASEAN Football

Leave a Reply

Your email address will not be published. Required fields are marked *