ສະຕີເວັນ ເຈີຣາດ ອາດີດຜູ້ຈັດການທີມແຣນເຈີ ແລະ ແອັສຕັນ ວິນລ້າ ຕັດສິນນໃຈໄປຄຸມສະໂມສອນ ອາວ ເອັດທິຟັກ ທີມໃນລີກສູງສູດຂອງຊາອຸດິອາຣາເບຍ
ເຈີຣາດ ໄວ 43 ປີ ວ່າງງານມາແຕ່ເດືອນຕຸລາປີຜ່ານມາ ຫລັງຖືກ ແອັສຕັນ ວິນລ້າ ປົດອອກຈຳຕຳແໜ່ງຜູ້ຈັດການທີມ, ອາດີດກອງກາງລີເວີພູລ ແລະ ທີມຊາດອັງກິດ ອຳລາອາຊີບໃນປີ 2016 ເລີ່ມຕົ້ນດ້ວຍການຄຸມ U18 ແລະ U19 ຂອງລີເວີພູລ, ຈາກນັ້ນໄປຄຸມ ແຣນເຈີ ທີມດັງໃນລີກສູງສູດຂອງສະກັອດແລນ ໃນລະຫວ່າງປີ 2018–2021 ພາທີມໄດ້ແຊ້ມລີກ ໜຶ່ງສະໄໝ ແລະ ຮອງແຊ້ມລີກຄັບຂອງສະກັອດແລນ ໜຶ່ງຄັ້ງ.
ຫລັງຈາກນັ້ນມາຄຸມ ວິນລ້າ ໃນລະຫວ່າງເດືອນພະຈິກ ປີ 2021 ຫາເດືອນຕຸລາ ປີ 2022 ຄຸມທີມ 40 ນັດ ຊະນະ 13 ສະເໝີ 8 ເສຍ 19 ຈຶ່ງຖືກ ວິນລ້າ ປົດອອກຈາກຕຳແໜ່ງ ເພາະພາທີມສ່ຽງຕົກຊັ້ນຈາກ ພຣີເມ່ຍລີກ.
Photo: نادي الاتفاق – Ettifaq Club