ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.
ປະເພດຍິງດ່ຽວ ຮອບທີໜຶ່ງ: ອີກ້າ ສະເວຍເຕັກ ມື 1 ຂອງໂລກ ຈາກໂປແລນ (ໂປໂລຍ) ເອົາຊະນະ ຊູຫລິນ ອັນດັບ 34 ຂອງໂລກ ຈາກຈີນ 2-0 ເຊັດ: 6-1, 6-3 ຮອບ 2 ໄປພົບກັບ ຊາຣ້າ ຕໍຣໂມ້ ຈາກແອັສປາຍ.
ຂະນະທີ່ ເຈັສຊີກ້າ ເປກູລ້າ ມື 4 ຂອງລາຍການ ຈາກສະຫະລັດ ອາເມຣິກາ ກໍຜ່ານໄດ້ ເຊັ່ນດຽວກັບ ຄາໂຣລາຍ ກາເຊຍ ມື 5 ຈາກຝຣັ່ງ, ແຕ່ ໂກໂກ້ ກັອຟ ມື 7 ຈາກອາເມຣິກາ ຕົກຮອບ.
Photo: Wimbledon