ໂນວັກ ແຊ້ມເກົ່າ ຊະນະ 3 ເຊັດລວດ! ເຂົ້າຮອບ 2 ເທັນນິສ ວິມເບີດັນ 2023

ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້ ເຊິ່ງມື້ທຳອິດມີສາຍຝົນລົບກວນ ແຂ່ງບໍ່ຈົບຫລາຍຄູ່.

ປະເພດຊາຍດ່ຽວ ຮອບທີໜຶ່ງ: ໂນວັກ ໂຢໂຄວິກ ມື 2 ຂອງໂລກ ແຊ້ມເກົ່າ ຈາກເຊີເບຍ (ແຊັກບີ້) ເອົາຊະນະ ເປໂດຣ ຄາຊິນ ອັນດັບ 68 ຂອງໂລກ ຈາກອາເຈນຕິນ້າ (ອາກຊັງຕິນ) 3-0 ເຊັດ: 6-3, 6-3 ແລະ 7-6 (7-4) ຮອບ 2 ໄປພົບກັບ ຈໍແດນ ທອມສັນ ອັນດັບ 70 ຂອງໂລກ ຈາກອົດສະຕຣາລີ.

ຂະນະທີ່ ແຄັສເປີ ຣຸດ ມື 4 ຂອງລາຍການ ຈາກນອກແວ ກໍຜ່ານໄດ້ ເໝືອນກັບ ອັງເດຣ ຣູເບັຟ ມື 7 ຈາກຣັດເຊຍ ແລະ ຢານນິກ ຊິນເນີ ມື 8 ຈາກອີຕາລີ, ສ່ວນ ຟີລິບ ອໍແກ ອາເລຍຊິມ ມື 11 ຈາກການາດ້າ ຕົກຮອບ.

Photo: Wimbledon

Leave a Reply

Your email address will not be published. Required fields are marked *