ຢາສເປີ ຟີລິບເຊັນ ຄວ້າແຊ້ມ ລົດຖີບທາງໄກ ຕູເດີຟຣອງ ສະໜາມທີ 3 ປີ 2023 ຢາເຕັສ ຍັງຄອງເສື້ອເຫລືອງ

ການແຂ່ງຂັນລົດຖີບທາງໄກ ລະດັບໂລກ ລາຍການ ຕູເດີຟຣອງ ປະຈຳປີ 2023 ສະໜາມ 3 ເສັ້ນທາງຈາກເມືອງ ອາໂມເລເບຍຕ້າ ເອັດຊາໂນ້ ປະເທດແອັສປາຍ ຫາເມືອງ ບາຢ໋ອງ ປະເທດຝຣັ່ງ ເປັນເສັ້ນທາງລຽບ ໄລຍະທາງ 193.5 ກິໂລແມັດ.

ແຊ້ມສະໜາມນີ້ເປັນຂອງ ຢາສເປີ ຟີລິບເຊັນ ນັກກິລາຊາວແບນຊິກ ໄວ 25 ປີ ຈາກທີມ ອາວເປຊິນ ເດຊູນິກ ເວລາ 4 ຊົ່ວໂມງ 43 ນາທີ 15 ວິນາທີ ເອົາຊະນະ ຟິວ ບໍເຮົ້າສ໌ຊາວເຢຍລະມັນ ຈາກທີມ ບາເຣນ ວິກຕໍຣຽດ ພຽງສ້ຽວວິນາທີ.

ຂະນະທີ່ ອາດຳ ຢາເຕັສ ຊາວສະຫະຣາຊອານາຈັກ ຈາກທີມ ຢູເອອີ ທີມເອມີເຣດ ຍັງຄອງເສື້ອເຫລືອງ ຜູ້ນຳເວລາລວມຜ່ານໄປ 3 ສະໜາມ ເວລາລວມ 13 ຊົ່ວໂມງ 52 ນາທີ 33 ວິນາທີ. ສ່ວນ ໂຢນັສ ວິນເກກ໊າດ ແຊ້ມເກົ່າຊາວເດັນມາກ ຈາກທີມ ຈຳໂບ້ ວິສມ້າ ຢູ່ອັນດັບທີ 6 ຕາມຫລັງຜູ້ນຳ 17 ວິນາທີ.

ສະໜາມຕໍ່ໄປ ສະໜາມທີ 4 ຈະແຂ່ງຂັນໃນວັນທີ 4 ກໍລະກົດນີ້ ເສັ້ນທາງຈາກເມືອງ ແດັກຊ໌ຫາເມືອງ ນາກາໂຣ້ ປະເທດຝຣັ່ງ ເປັນເສັ້ນທາງລຽບ ໄລຍະທາງ 182 ກິໂລແມັດ.

Photo: Le Tour de France

Leave a Reply

Your email address will not be published. Required fields are marked *