ຢູເວັນຕຸສ ໄດ້ລູກຊາຍປະທານາທິບໍດີ ໄລບີເຣຍ ມາເສີມເກມບຸກ!

ມ້າລາຍ ຢູເວັນຕຸສ ໄດ້ ທີໂມທີ້ ເວຍ ລູກຊາຍຂອງ ຈັອສ ເວຍ ປະທານາທິບໍດີ ໄລບີເຣຍ (ລິເບຣີ) ມາເສີມເກມບຸກ, ໂດຍຍ້າຍຈາກ ລິ້ນລ໌ ທີມຊັ້ນນຳໃນລີກອ໋ອງຝຣັ່ງ ດ້ວຍຄ່າໂຕປະມານ 12 ລ້ານເອີໂຣ ເຊັນສັນຍາ 5 ປີ.

ທີໂມທີ້ ເວຍ ເລືອກອາຊີບນັກເຕະບານຕາມພໍ່ ກ່ອນທີ່ພໍ່ຈະກ້າວເປັນປະທານາທິບໍດີ ໄລບີເຣຍ, ປັດຈຸບັນ ທີໂມທີ້ ເວຍ ອາຍຸ 23 ປີ ເຕີບໂຕມາຈາກອາຄາເດມີ້ຂອງ ນິວຢັອກ ເຣດບູລ ແລະ ປາຣີ ແຊັງແຊກແມັງ, ຂຶ້ນທີມຊຸດໃຫຍ່ຂອງ ເປແອັດເຊ ປີ 2018–2019 ແລະ ຍ້າຍໄປຢູ່ກັບ ເຊວຕິກ ໄລຍະສັ້ນ ປີ 2019 ແລະ ມາຢູ່ກັບ ລິ້ນລ໌ ໃນລະຫວ່າງປີ 2019–2023 ລົງຫລິ້ນທັງໝົດ 107 ນັດ ຍິງ 8 ປະຕູ.

ຜົນງານຜ່ານມາຊ່ວຍ ປາຣີ ແຊັງແຊກແມັງ ໄດ້ແຊ້ມລີກອ໋ອງ 2 ສະໄໝ ແລະ ຊຸບເປີຄັບ ຝຣັ່ງ 1 ສະໄໝ, ນອກຈາກນີ້ ກໍຊ່ວຍ ເຊວຕິກ ໄດ້ແຊ້ມລີກສູງສຸດຂອງສະກັອດແລນ ແລະ ແຊ້ມສະກັອດຕິສຄັບ ຢ່າງລະໜຶ່ງສະໄໝ.

ໃນນາມທີມຊາດ ທີໂມທີ້ ເວຍ ເລືອກຫລິ້ນໃຫ້ທີມຊາດສະຫະລັດ ອາເມຣິກາ ຊາດທີ່ຕົນເອງເກີດ ແລະ ເຕີບໃຫຍ່ມາແຕ່ນ້ອຍ ຮັບໃຊ້ທີມຊາດ 31 ນັດ ຍິງ 4 ປະຕູ ຊ່ວຍທີມໄດ້ແຊ້ມ CONCACAF Nations League ລະດູການ 2019–20 ແລະ 2022–23.

Photo: Juventus

Leave a Reply

Your email address will not be published. Required fields are marked *