ອາດຳ ຢາເຕັສ ຄວ້າແຊ້ມສະໜາມທຳອິດ ລົດຖີບທາງໄກ ຕູເດີຟຣອງ 2023

ອາດຳ ຢາເຕັສ ນັກກິລາລົດຖີບຊາວສະຫະຣາຊອານາຈັກ ຈາກທີມ UAE Team Emirates ຄວ້າແຊ້ມສະໜາມທຳອິດ ລົດຖີບທາງໄກ ຕູເດີຟຣອງ 2023 ເວລາ 4 ຊົ່ວໂມງ 22 ນາທີ 49 ວິນາທີ ເອົາຊະນະ ໄຊມ້ອນ ຢາເຕັສ ອ້າຍຟາແຟດກັບ ອາດຳ ຈາກທີມ Jayco-AlUla ພຽງ 4 ວິນາທີ.

ຂະນະທີ່ ໂຢນັສ ວິນເກກ໊າດ ແຊ້ມເກົ່າຊາວເດັນມາກ ຈາກທີມ Jumbo-Visma ຈົບອັນດັບທີ 9.

Photo: Le Tour de France

Leave a Reply

Your email address will not be published. Required fields are marked *