ກາຕ້າ ຊະນະ ເມັກຊິໂກ້ 1-0 ເຂົ້າຮອບ 8 ທີມສຸດທ້າຍ CONCACAF Gold Cup 2023

ທີມຊາດກາຕ້າ ຊະນະ ທີມຊາດເມັກຊິໂກ້ (ແມັກຊິກ) 1-0 ເຂົ້າຮອບ 8 ທີມສຸດທ້າຍ ເຕະບານຊິງແຊ້ມຂົງເຂດອາເມຣິກາເໜືອ, ອາເມຣິກາກາງ ແລະ ຄາຣິບບ້ຽນ ຫລື CONCACAF Gold Cup 2023.

ກາຕ້າ ເປັນທີມຖືກເຊີນເຂົ້າມາຮ່ວມແຂ່ງຂັນເປັນຄັ້ງທີ 2 ມີ 4 ຄະແນນ ຈາກ 3 ນັດ ໄດ້ເປັນອັນດັບ 2 ຂອງກຸ່ມ B ຄະແນນເທົ່າກັບ ທີມຊາດຮົງດູຣັສ ແຕ່ປະຕູໄດ້ເສຍ ກາຕ້າ ດີກວ່າ ເຂົ້າສູ່ຮອບ 8 ທີມສຸດທ້າຍ ຕາມຫລັງ ເມັກຊິໂກ້ ຮອງແຊ້ມຄັ້ງຜ່ານມາ ທີ່ມີ 6 ຄະແນນ.

Photo: CONCACAF Gold Cup

Leave a Reply

Your email address will not be published. Required fields are marked *