ວິກຕໍຣ ລາເຟ່ ນັກກິລາລົດຖີບຊາວຝຣັ່ງ ໄວ 27 ປີ ຈາກທີມ Cofidis ຄວ້າແຊ້ມ ລົດຖີບທາງໄກ ຕູເດີຟຣອງ 2023 ສະໜາມ 2 ເປັນແຊ້ມສະໜາມທຳອິດໃນອາຊີບ ເວລາ 4 ຊົ່ວໂມງ 46 ນາທີ 39 ວິນາທີ ເອົາຊະນະ ວູດຟານເອີດ ຊາວເບວຢ້ຽມ (ແບນຊິກ) ຈາກທີມ Team Jumbo–Visma ພຽງສ້ຽວວິນາທີ.
ຂະນະທີ່ ອາດຳ ຢາເຕັສ ຊາວສະຫະຣາຊອານາຈັກ ຈາກທີມ UAE Team Emirates ແຊ້ມສະໜາມທຳອິດ ຈົບອັນດັບທີ 19 ແຕ່ຍັງຄອງເສື້ອເຫລືອງ ຜູ້ນຳເວລາລວມ. ສ່ວນ ໂຢນັສ ວິນເກກ໊າດ ແຊ້ມເກົ່າຊາວເດັນມາກ ຈາກທີມ Jumbo-Visma ຈົບອັນດັບທີ 16.
Photo: Le Tour de France