ທີມຊາດລາວ ໂອກາດເຂົ້າຮອບລຳບາກ! ເມື່ອເສຍໃຫ້ ເຢເມັນ 1-2 ເຕະບານຊາຍ U20 ປີ ຊິງແຊ້ມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ນະຄອນຫລວງວຽງຈັນ

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຊິງແຊ້ມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 10-18 ກັນຍາ 2022 ທີ່ສະໜາມກິລາແຫ່ງຊາດ ຫລັກ 16, ການແຂ່ງຂັນວັນທີ 14 ກັນຍາຜ່ານມາ U20 ປີ ທີມຊາດລາວ ລົງສະໜາມເປັນນັດທີ 3 ຕິດຕໍ່ກັນ ແບບມາລະທອນ ພົບກັບ ທີມຊາດເຢເມັນ ທີ່ລົງທຳການແຂ່ງຂັນເປັນນັດທີ 2 ໂດຍໄດ້ພັກມາຕັ້ງແຕ່ວັນທີ 10 ກັນຍາ ໄດ້ປຽບພະລະກຳລັງທີມຊາດລາວຊັດເຈນ ເຊິ່ງນັດນີ້ ທັງສອງທີມລ້ວນແຕ່ຕ້ອງການມີຄະແນນ ເພື່ອຕໍ່ໂອກາດລຸ້ນເຂົ້າຮອບໃນນັດຕໍ່ໄປ.

ເຢເມັນ ເປີດເກມບຸກໃສ່ ທີມຊາດລາວ ແຕ່ຕົ້ນເກມ ຄອງບານສ້າງໂອກາດຍິງປະຕູໄດ້ດີກວ່າທີມຊາດລາວ ແລະ ໄດ້ປະຕູຂຶ້ນນຳທີມຊາດລາວໄປກ່ອນຈາກ ໂມຮາເໝັດ ອາເໝັດ ມາດີ້ ນາທີ 13′ ຈົບຕັ້ງທີໜຶ່ງ ເຢເມັນ ນຳທີມຊາດລາວ 1-0. ມາເຄິ່ງຫລັງ ໄມເຄິນ ໄວສ໌ ຄູຝຶກທີມຊາດລາວ ແກ້ເກມດີຂຶ້ນ ພາທີມຮຶດສູ້ເດີນໜ້າແລກ ຍາດຊິງໂອກາດຍິງປະຕູໄດ້ດີກວ່າຕັ້ງທີໜຶ່ງ ແຕ່ເຈາະເກມຮັບຂອງ ເຢເມັນ ບໍ່ໄດ້ ທ້າຍເກມ ຖືກ ເຢເມັນ ສວນກັບ ແລະ ມາໄດ້ປະຕູທີສອງຈາກ ອາມ້າ ອັບດຸນລາ ໂມຮຳເໝັດ ນໍແມ້ນ ນາທີ 83′ ແຕ່ 2′ ນາທີຕໍ່ມາ ທີມຊາດລາວແກ້ຄືນໄດ້ໄວຈາກ ເພັດດາວັນ ສົມສະນິດ ເວລາທີ່ເຫລືອ ທີມຊາດລາວ ພະຍາຍາມທວງປະຕູຄືນແຕ່ບໍ່ສາມາດເຈາະປະຕູເພີ່ມໄດ້ ເສຍໃຫ້ ເຢເມັນ ແບບຫວຸດວິດ 1-2 ເຊິ່ງນັດນີ້ ມີແຟນບານ ມາຮ່ວມເຊຍ ແລະ ໃຫ້ກຳລັງທີມຊາດລາວໃນສະໜາມກິລາແຫ່ງຊາດ ຫລັກ 16 ເຖິງ 7300 ກວ່າຄົນ.

ສຳລັບຜົນການແຂ່ງຂັນອີກໜຶ່ງຄູ່ໃນກຸ່ມດຽວກັນ ທັບຊາມູໄຣ ທີມຊາດຍີ່ປຸ່ນ ທີມເຕັງໜຶ່ງຂອງກຸ່ມ ຖະຫລົ່ມ ເກາະກວມ 9-0. ຕາຕະລາງຄະແນນ ກຸ່ມ C ຂະນະນີ້ U20 ປີ ທີມຊາດຍີ່ປຸ່ນ ເປັນທີມນຳມີ 4 ຄະແນນເຕັມ ຈາກ 2 ນັດ, ຮອງລົງມາ ປາເລັສຕິນ ແລະ ເຢເມັນ ແຂ່ງ 1 ນັດ ມີ 3 ຄະແນນ, ທີມຊາດລາວ ແຂ່ງ 2 ນັດ ມີ 3 ຄະແນນ, ຂະນະທີ່ ເກາະກວມ ແຂ່ງ 2 ນັດ ຍັງບໍ່ມີຄະແນນ.

ນັດສຸດທ້າຍຂອງ U20 ປີ ທີມຊາດລາວ ຈະພົບກັບ ປາເລັສຕິນ ໃນວັນທີ 18 ກັນຍານີ້ ເວລາ 19:00 ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ລວມທັງເຟດບຸກ ສະຫະພັນບານເຕະແຫ່ງຊາດລາວ ແລະ ຢູທຸບ ສະຫະພັນບານເຕະແຫ່ງຊາດລາວ, ສ່ວນໃນວັນທີ 16 ກັນຍານີ້ ຈະມີແຂ່ງຂັນ 2 ຄູ່, ປາເລັສຕິນ ພົບ ຍີ່ປຸ່ນ ເວລາ 16:00 ແລະ ເຢເມັນ ພົບ ເກາະກວມ ເວລາ 19:00 ທັງສອງຄູ່ແຂ່ງຂັນທີ່ສະໜາມກິລາແຫ່ງຊາດ ຫລັກ 16.

Photo: LFF

Leave a Reply

Your email address will not be published. Required fields are marked *