ສະຫລຸບລາງວັນບຸກຄົນ ເຕະບານ ລາວລີກ 1 ປີ 2023: ນັກເຕະດີເດັ່ນ: ບຸນພະຈັນ ບຸນກອງ ຈາກຊ້າງນ້ອຍ ເອັຟຊີ ຍິງ 16 ປະຕູ ຊ່ວຍພະລັງຊ້າງໜຸ່ມປ້ອງກັນແຊ້ມສຳເລັດ.
ດາວຍິງສູງສຸດ: ຣາຟາເອວ ໂຣດຣີເກັຊ ຈາກມາສເຕີ ເຊເວັນ ຍິງ 18 ປະຕູ.
ຜູ້ຮັກສາປະຕູດີເດັ່ນ: ສໍລະສັກ ທິລະວົງ ຈາກຊ້າງນ້ອຍ ເອັຟຊີ ຮັກສາຄລີນຊີດ ບໍ່ເສຍປະຕູ 10 ນັດ ຊ່ວຍພະລັງຊ້າງໜຸ່ມປ້ອງກັນແຊ້ມສຳເລັດ.
ຄູຝຶກດີເດັ່ນ: ຊັດຢ້າ ຊາກາລ້າ ພາຊ້າງນ້ອຍ ເອັຟຊີ ປ້ອງກັນແຊ້ມສຳເລັດ ແບບໄຮ້ປະລາໄຊ.
Photo: Lao League 1 ລາວລີກ 1