ຊ້າງ​ນ້ອຍ ຄວ້າ​ແຊ້ມເຕະບານ ລາວ​ລີກ 1 ປີ 2023 ດ້ວຍສະຖິຕິໄຮ້ປະລາໄຊ 2 ປີຕິດຕໍ່ກັນ!

ການແຂ່ງຂັນເຕະບານ ລາວລີກ 1 ລີກສູງສຸດຂອງລາວ ປະຈຳປີ 2023 ນັດສຸດທ້າຍ ນັດທີ 14 ວັນທີ 2 ກໍລະກົດຜ່ານມາ, ຊ້າງ​ນ້ອຍ ເອັຟຊີ ສົ່ງທ້າຍດ້ວຍການຊະນະຜູ້ທ້າຊິງ ມາສເຕີ ເຊເວັນ 1-0 ຄວ້າ​ແຊ້ມຢ່າງສະຫງ່າງາມ ດ້ວຍສະຖິຕິໄຮ້ປະລາໄຊ 14 ນັດ ຊະນະ 12 ສະເໝີ 2 ເປັນປີທີ 2 ຕິດຕໍ່ກັນ ທີ່ຄອງແຊ້ມ​ລີກສູງສຸດຂອງລາວ ແບບໄຮ້ປະລາໄຊ.

ຄູ່ອື່ນ: ແຂວງວຽງຈັນ ສົ່ງທ້າຍເສຍແບບມຸ່ນອຸ້ຍປຸ້ຍໃຫ້ ຫລວງພະບາງ 0-18 ປະຕູ, ກອງທັບ ບຸກຊະນະ ຈຳປາສັກ 1-0 ແລະ ນໍ້າທາ ຢູໄນເຕັດ ເປີດບ້ານສະເໝີກັບ ເອສະຣາ 0-0.

ສະຫລຸບອັນດັບ ຊ້າງນ້ອຍ ຄວ້າແຊ້ມ ລາວລີກ 1 ເປັນປີທີ 2 ຕິດຕໍ່ກັນ ພ້ອມສ້າງສະຖິຕິ ບໍ່ເສຍຕໍ່ເນື່ອງ 35 ນັດ ນັບຕັ້ງແຕ່ປີ 2020 ແຂ່ງ 14 ນັດ ຊະນະ 12 ສະເໝີ 2 ຍິງ 39 ປະຕູ ເສຍພຽງ 5 ປະຕູ ມີ 38 ຄະແນນ ເປັນທີມທີ່ເສຍປະຕູໜ້ອຍກວ່າທຸກທີມໃນລີກປີນີ້, ປ້ອງກັນແຊ້ມໄດ້ສຳເລັດ, ຮັບຂັນແຊ້ມ ພ້ອມເງິນລາງວັນ 300 ລ້ານກີບ ແລະ ສິດເປັນຕົວແທນປະເທດເຂົ້າຮ່ວມ ເອເອັຟຊີ ຄັບ ລະດູການ 2023 -24 ຮອບຄັດເລືອກ.

ອັນດັບ 2 ເປັນຂອງ ມາສເຕີ ເຊເວັນ 14 ນັດ ຊະນະ 9 ນັດ ສະເໝີ 1 ນັດ ເສຍ 4 ນັດ ຍິງໄດ້ 42 ປະຕູ ເສຍ 15 ປະຕູ ມີ 28 ຄະແນນ ໄດ້ອັນດັບສອງ ເປັນຄັ້ງທີ 4 ຕິດຕໍ່ກັນ, ຮັບເງິນລາງວັນ 150 ລ້ານກີບ, ທີ 3 ເປັນຂອງ ເອສະຣາ 14 ນັດ ຊະນະ 7 ນັດ ສະເໝີ 4 ນັດ ເສຍ 3 ນັດ ຍິງໄດ້ 39 ປະຕູ ເສຍ 12 ປະຕູ ມີ 25 ຄະແນນ,  ເອສະຣາ ຈົບອັນດັບ 3 ເໝືອນກັບປີຜ່ານມາ ໄດ້ຮັບເງິນລາງວັນ 80 ລ້ານກີບ,

ອັນດັບ 4 ກອງທັບ ມີ 23 ຄະແນນ ຮັບເງິນລາງວັນ 40 ລ້ານກີບ, ທີ 5 ຫຼວງພະບາງ ຮັບເງິນລາງວັນ 30 ລ້ານກີບ, ທີ 6 ຈຳປາສັກ ຮັບເງິນລາງວັນ 20 ລ້ານກີບ, ທີ 7 ນໍ້າທາ ຢູໄນເຕັດ ນ້ອງໃໝ່ 14 ນັດ ຊະນະ 1 ນັດ ສະເໝີ 5 ນັດ ເສຍ 8 ນັດ ຍິງໄດ້ 10 ປະຕູ ເສຍ 24 ປະຕູ ມີ 8 ຄະແນນ ເທົ່າກັບ ອັນດັບສຸດທ້າຍ ແຂວງວຽງຈັນ ສະຖິຕິການພົບກັນສະເໝີກັນ 1-1 ທັງສອງນັດ ແຕ່ປະຕູໄດ້ເສຍ ນໍ້າທາ ດີກວ່າ ຈົບອັນດັບທີ 7 ໄດ້ຮັບເງິນລາງວັນ 10 ລ້ານກີບ, ແຂວງວຽງຈັນ ຈົບອັນດັບສຸດທ້າຍ 14 ນັດ ຊະນະ 2 ນັດ ສະເໝີ 2 ນັດ ເສຍ 10 ນັດ ຍິງໄດ້ 11 ປະຕູ ເສຍເຖິງ 78 ປະຕູ ມີ 8 ຄະແນນ.

ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຈັນສະຫມອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫລາດບໍລິສັດ ເບຍລາວ ຈຳກັດ, ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ.

Photo: Lao League 1 ລາວລີກ 1

Leave a Reply

Your email address will not be published. Required fields are marked *