U17 ຍີ່ປຸ່ນ ຊະນະ U17 ສາທາລະນະລັດເກົາຫລີ 3-0 ຄວ້າແຊ້ມ ເຕະບານຊາຍ U17 ປີ ຊິງແຊ້ມອາຊີ 2023

ການແຂ່ງຂັນ ເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ທີ່ປະເທດໄທ ຮອບຊິງຊະນະເລີດ U17 ທີມຊາດຍີ່ປຸ່ນ ແຊ້ມເກົ່າ ເອົາຊະນະ U17 ສາທາລະນະລັດເກົາຫລີ 3-0. U17 ຍີ່ປຸ່ນ ສ້າງປະຫວັດກາຍເປັນທີມທຳອິດ ສາມາດປ້ອງກັນແຊ້ມລາຍການນີ້ ແລະ ເພີ່ມສະຖິຕິໄດ້ແຊ້ມຫລາຍສຸດ ສະໄໝທີ 4.

ແລະ ຍີ່ປຸ່ນ ຍັງກວດອີກ 4 ລາງວັນຄື: ກາກຸ ນາວາຕະ ສູນໜ້າທັບຊາມູໄຣ ຍິງສອງປະຕູໃນຮອບຊິງ ຄວ້າລາງວັນນັກເຕະດີເດັ່ນ ແລະ ດາວຍິງສູງສຸດ 5 ປະຕູ, ລາງວັນຜູ້ຮັກສາປະຕູດີເດັ່ນເປັນຂອງ ວາຕາຣຸ ໂກໂຕະ ຈາກຍີ່ປຸ່ນ  ແລະ ທີມມາລະຍາດດີເດັ່ນກໍເປັນຂອງຍີ່ປຸ່ນ.

ສຳລັບ 4 ຊາດຈາກອາຊີ ທີ່ໄດ້ໄປຮ່ວມແຂ່ງຂັນ U17 ປີ ຊິງແຊ້ມໂລກ 2023 ທີ່ປະເທດອິນໂດເນເຊຍ ແມ່ນ 4 ທີມທີ່ສາມາດເຂົ້າສູ່ຮອບຮອງຊະນະເລີດ U17 ປີ ຊິງແຊ້ມອາຊີຄັ້ງນີ້ຄື: ຍີ່ປຸ່ນ, ສາທາລະນະລັດເກົາຫລີ, ອີຣານ ແລະ ອຸສເບກິສຖານ, ຂະນະທີ່ ອິນໂດເນເຊຍ ອີກໜຶ່ງຊາດຈາກອາຊີ ໄດ້ຮ່ວມແຂ່ງຂັນຮອບສຸດທ້າຍໃນຖານະເຈົ້າພາບ ໂດຍຮອບສຸດທ້າຍຈະແຂ່ງຂັນທ້າຍປີນີ້ ລະຫວ່າງວັນທີ 10 ພະຈິກ – 2 ທັນວາ 2023.

Photo: AFC

Leave a Reply

Your email address will not be published. Required fields are marked *