ການແຂ່ງຂັນບານສົ່ງໃນຮົ່ມຍິງລະດັບໂລກ ລາຍການ ເນຊັ່ນລີກ ປະຈຳປີ 2023 ສຳເລັດການແຂ່ງຂັນຮອບຄັດເລືອກ ອາທິດທີ 3 ອາທິດສຸດທ້າຍ ໃນທ້າຍອາທິດຜ່ານມາ, 16 ທີມ ແຂ່ງຄົບ 12 ນັດ ແລ້ວຄັດເອົາທີ 1-8 ເຂົ້າສູ່ຮອບສຸດທ້າຍ ປະກອບມີ: ໂປໂລຍ, ສະຫະລັດ ອາເມຣິກາ ເປັນສອງທີມທີ່ຜົນງານດີກວ່າໜູ່ ແຂ່ງ 12 ນັດ ຊະນະ 10 ເສຍ 2, ຮອງລົງມາແມ່ນ ຕູຣາເຄຍ ຊະນະ 9 ເສຍ 3, ເບຣຊິນ, ຈີນ, ອີຕາລີ ແຊ້ມເກົ່າ ຊະນະ 8 ເສຍ 4, ຍີ່ປຸ່ນ ແລະ ເຢຍລະມັນ ຊະນະ 7 ເສຍ 5.
ການຈັບຄູ່ແຂ່ງຂັນໃນຮອບ 8 ທີມສຸດທ້າຍ: ໂປໂລຍ ພົບ ເຢຍລະມັນ, ສະຫະລັດ ອາເມຣິກາ ພົບ ຍີ່ປຸ່ນ ຈະແຂ່ງຂັນວັນທີ 12 ກໍລະກົດນີ້, ເບຣຊິນ ຮອງແຊ້ມ 3 ຄັ້ງຫລັງສຸດ ພົບກັບ ຈີນ ແລະ ຕູຣາເຄຍ ພົບ ອີຕາລີ ແຊ້ມເກົ່າ ຈະແຂ່ງຂັນວັນທີ 13 ກໍລະກົດນີ້, ຮອບ 8 ທີມສຸດທ້າຍ ແຂ່ງທີ່ອາລິງຕັນ, ລັດເທັກຊັສ, ສະຫະລັດ ອາເມຣິກາ.
Photo: Volleyball World