U21 ຢູເຄຣນ ແຊງຊະນະ U21 ຝຣັ່ງ 3-1 ເຂົ້າຮອບ 4 ທີມສຸດທ້າຍ U21 ປີ ຊິງແຊ້ມເອີຣົບ 2023

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 21 ປີ ຊິງແຊ້ມເອີຣົບ 2023 ຮອບ 8 ທີມສຸດທ້າຍ, U21 ທີມຊາດຢູເຄຣນ (ອູແກຣນ) ແຊງຊະນະ U21 ທີມຊາດຝຣັ່ງ ແຊ້ມ 1 ສະໄໝ 3-1.

U21 ຢູເຄຣນ ເຂົ້າຮອບ 4 ທີມສຸດທ້າຍ ເປັນຄັ້ງທີ 2 ຕໍ່ຈາກປີ 2006 ໄປພົບກັບ U21 ທີມຊາດສະເປນ (ແອັສປາຍ) ແຊ້ມສູງສຸດ 5 ສະໄໝ ທີ່ເອົາຊະນະ U21 ສະວິດເຊີແລນ 2-1 ໃນການຕໍ່ເວລາພິເສດ ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 1-1.

ຮອບ 4 ທີມສຸດທ້າຍ U21 ທີມຊາດອິດສະຣາເອວ ພົບ U21 ທີມຊາດອັງກິດ ແລະ U21 ຢູເຄຣນ ພົບ U21 ທີມຊາດສະເປນ ຈະແຂ່ງຂັນໃນວັນທີ 5 ກໍລະກົດ 2023.

ທີມທີ່ຕິດອັນດັບ 1 ໃນ 3 ຂອງທະວີບ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນ ໂອແລມປິກເກມ 2024 ທີ່ຝຣັ່ງ.

Photo: UEFA Under-21 Championship

Leave a Reply

Your email address will not be published. Required fields are marked *