ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 21 ປີ ຊິງແຊ້ມເອີຣົບ 2023 ຮອບ 8 ທີມສຸດທ້າຍ, U21 ທີມຊາດອັງກິດ ຊະນະ U21 ທີມຊາດໂປຕູເກດ (ປັອກຕຸຍການ) ຮອງແຊ້ມຄັ້ງຜ່ານມາ 1-0 ກອງທັບສາມພະຍາສິງ ໄດ້ປະຕູໄຊຈາກ ແອນໂທນີ້ ກໍຣດອນ ປີກຈາກ ນິວຄາສເຊິນ ຢູໄນເຕັດ ນາທີ 34′.
U21 ອັງກິດ ແຊ້ມ 2 ສະໄໝ ເຂົ້າຮອບ 4 ທີມສຸດທ້າຍ ເປັນຄັ້ງທີ 10 ພົບກັບ U21 ທີມຊາດອິດສະຣາເອວ (ອິດສະຣາແອນ) ທີ່ສ້າງປະຫວັດສາດ ເຂົ້າຮອບ 4 ທີມສຸດທ້າຍ ຄັ້ງທຳອິດ ພາຍຫລັງຊະນະດວນຈຸດໂທດ U21 ທີມຊາດຈໍເຈຍ (ຊັອກຊີ້) ເຈົ້າພາບຮ່ວມ 4-3 ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 0-0.
U21 ອັງກິດ ພົບ U21 ທີມຊາດອິດສະຣາເອວ ຈະແຂ່ງຂັນວັນທີ 5 ກໍລະກົດ 2023 ນີ້. ທີມທີ່ຕິດອັນດັບ 1 ໃນ 3 ຂອງທະວີບ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນ ໂອແລມປິກເກມ 2024 ທີ່ຝຣັ່ງ.
Photo: UEFA Under-21 Championship