U21 ສະເປນ ຊະນະ U21 ສະວິດເຊີແລນ 2-1 ເຂົ້າຮອບ 4 ທີມສຸດທ້າຍ U21 ປີ ຊິງແຊ້ມເອີຣົບ

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 21 ປີ ຊິງແຊ້ມເອີຣົບ 2023 ຮອບ 8 ທີມສຸດທ້າຍ, U21 ສະເປນ (ແອັສປາຍ) ແຊ້ມສູງສຸດ 5 ສະໄໝ ເອົາຊະນະ U21 ສະວິດເຊີແລນ 2-1 ໃນການຕໍ່ເວລາພິເສດ ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 1-1.

U21 ສະເປນ ເຂົ້າຮອບ 4 ທີມສຸດທ້າຍ ເປັນຄັ້ງທີ 12 ລໍຖ້າພົບກັບຜູ້ຊະນະລະຫວ່າງ ຝຣັ່ງ ແຊ້ມ 1 ສະໄໝ ຫລື ຢູເຄຣນ (ອູແກຣນ) ທີ່ຈະແຂ່ງຂັນໃນວັນທີ 2 ກໍລະກົດ 2023.

ທີມທີ່ຕິດອັນດັບ 1 ໃນ 3 ຂອງທະວີບ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນ ໂອແລມປິກເກມ 2024 ທີ່ຝຣັ່ງ.

Photo: UEFA Under-21 Championship

Leave a Reply

Your email address will not be published. Required fields are marked *