U21 ອິດສະຣາເອວ ຊະນະ U21 ຈໍເຈຍ ສ້າງອີກໜຶ່ງປະຫວັດສາດ ເຂົ້າຮອບ 4 ທີມສຸດທ້າຍ U21 ປີ ຊິງແຊ້ມເອີຣົບ

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 21 ປີ ຊິງແຊ້ມເອີຣົບ 2023 ຮອບ 8 ທີມສຸດທ້າຍ, U21 ທີມຊາດອິດສະຣາເອວ (ອິດສະຣາແອນ) ສ້າງອີກໜຶ່ງປະຫວັດສາດ ເຂົ້າຮອບ 4 ທີມສຸດທ້າຍ ເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 21 ປີ ຊິງແຊ້ມເອີຣົບ ພາຍຫລັງຊະນະດວນຈຸດໂທດ U21 ທີມຊາດຈໍເຈຍ (ຊັອກຊີ້) ເຈົ້າພາບຮ່ວມ 4-3 ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 0-0.

ກ່ອນໜ້ານີ້ ການເຂົ້າມາເຖິງຮອບ 8 ທີມສຸດທ້າຍ ກໍເປັນປະຫວັດສາດໜ້າໃໝ່ຂອງ U21 ອິດສະຣາເອວ, ສ່ວນຮອບ 4 ທີມສຸດທ້າຍ ອິດສະຣາເອວ ລໍຖ້າພົບກັບຜູ້ຊະນະລະຫວ່າງ U21 ອັງກິດ ແຊ້ມ 2 ສະໄໝ ຫລື  ໂປຕູເກດ (ປັອກຕຸຍການ) ຮອງແຊ້ມຄັ້ງຜ່ານມາ ຈະແຂ່ງຂັນວັນທີ 2 ກໍລະກົດ 2023 ນີ້.

ທີມທີ່ຕິດອັນດັບ 1 ໃນ 3 ຂອງທະວີບ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນ ໂອແລມປິກເກມ 2024 ທີ່ຝຣັ່ງ.

Photo: UEFA Under-21 Championship

Leave a Reply

Your email address will not be published. Required fields are marked *