ເພື່ອເປັນການສ້າງບັນຍາກາດ ແລະ ຊົມເຊີຍຜົນສຳເລັດການປະເມີນ 5 ເປັນເຈົ້າຂອງກຳມະບານຮາກຖານ ໂທລະພາບແຫ່ງຊາດລາວ (ທຊລ) ປະຈຳປີ 2022, ກຳມະບານຮາກຖານ ໂທລະພາບແຫ່ງຊາດລາວ ຮ່ວມກັບ ອົງການຈັດຕັ້ງແມ່ຍິງ, ຊາວໜຸ່ມ ແລະ ຄະນະນຳຂອງ ໂທລະພາບແຫ່ງຊາດລາວ ໄດ້ຈັດກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບ ລະຫວ່າງ ໂທລະພາບແຫ່ງຊາດລາວ ກັບ ອະດີດນັກຮຽນອຸດົມວຽງຈັນ ລຸ້ນປີ 1986-1989 ແລະ ກົມກອງອ້ອມຂ້າງຂຶ້ນ ໃນວັນທີ 14 ກັນຍານີ້ ທີ່ເດີ່ນເປຕັງໂທລະພາບແຫ່ງຊາດລາວ.
ເຂົ້າຮ່ວມມີ ທ່ານ ປອ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ ພ້ອມຄະນະ, ທ່ານ ກອງຄຳ ດວງແກ້ວ ຄະນະບໍລິຫານງານກຳມະບານ ກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ປະທານກຳມະບານຮາການ ໂທລະພາບແຫ່ງຊາດລາວ, ພ້ອມດ້ວຍພະນັກງານ ແລະ ອະດີດນັກຮຽນອຸດົມວຽງຈັນ ລຸ້ນປີ 1986-1989 ເຂົ້າຮ່ວມຢ່າງພ້ອມພຽງ.
ກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ ຜົນການແຂ່ງຂັນຈະໄດ້ ຫລື ເສຍ ແມ່ນບໍ່ສຳຄັນ, ສຳຄັນແມ່ນຄວາມຮັກແພງ ສາມັກຄີ ມິດຕະພາບ ເພື່ອເຮັດໃຫ້ກິດຈະກຳນີ້ ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ ແລະ ໃນຕໍ່ໜ້າທັງສອງພາກສ່ວນຍັງຈະມີການສືບຕໍ່ຈັດກິດຈະກຳກິລາຮ່ວມກັນຕື່ມອີກ.