ແມນຢູ ຄາດວ່າ: ປີນີ້ ທີມຈະມີລາຍໄດ້ສູງສຸດເປັນປະຫວັດສາດ 630-640 ລ້ານປອນ

ແມນເຊັສເຕີ ຢູໄນເຕັດ ໄດ້ອອກມາຄາດການວ່າ: ປີນີ້ ສະໂມສອນຈະມີລາຍໄດ້ສູງສຸດເປັນປະຫວັດສາດ ປະມານ 630-640 ລ້ານປອນ ຖືວ່າຈະເພີ່ມຂຶ້ນຫລາຍກວ່າປີຜ່ານມາ ທີ່ມີລາຍໄດ້ປະມານ 590-610 ລ້ານປອນ, ສາເຫດທີ່ລາຍໄດ້ເພີ່ມຂຶ້ນ ຍ້ອນຜົນງານຂອງທີມທີ່ດີຂຶ້ນ ເຮັດໃຫ້ມີແຟນບານເຂົ້າມາຊົມການແຂ່ງຂັນຂອງທີມຫລາຍຂຶ້ນ ເຫັນໄດ້ຈາກສະຖິຕິການຂາຍບັດເຂົ້າຊົມ 2.4 ລ້ານບັດ ລະຫວ່າງລະດູການ 2022-23 ບວກກັບໄດ້ຈາກບໍລິສັດພັນທະມິດທີ່ໃຫ້ການສະໜັບສະໜູນ ລວມທັງ ລິຂະສິດຖ່າຍທອດສົດ, ສື່ອອນລາຍຕ່າງໆ ແລະ ທາງການຄ້າທີ່ກ່ຽວຂ້ອງ.

ລາຍງານລະບຸວ່າ: ລາຍຮັບໄຕມາດທີ 3 ເພີ່ມຂຶ້ນ 11% ທຽບໃສ່ໃນໄລຍະເວລາດຽວກັນຂອງປີ 2022, ຢ່າງໃດກໍຕາມ ສະໂມສອນຍັງມີເງິນກູ້ຍືມໄລຍະຍາວ 650 ລ້ານໂດລາ ແລະ ໄລຍະ 12 ເດືອນຜ່ານມາ ອັດຕາແລກປ່ຽນມີການເໜັງຕີງ ຈຶ່ງເຮັດໃຫ້ໜີ້ຂອງທີມສູງຂຶ້ນເຖິງ 521.5 ລ້ານປອນ ທຽບກັບປີຜ່ານມາ ແມ່ນເປັນໜີ້ 489.2 ລ້ານປອນ. ນອກຈາກນີ້ ແມນຢູ ຍັງມີວົງເງິນສິນເຊື່ອໝູນວຽນ ແລະ ເປັນໜີ້ຢູ່ 203.7 ລ້ານປອນ, ທຽບກັບປີຜ່ານມາ ແມ່ນເປັນໜີ້ 102.3 ລ້ານປອນ ໃນເດືອນມີນາ 2022.

Photo: Manchester United

Leave a Reply

Your email address will not be published. Required fields are marked *