ຍ້ອນປາກ! ມູຣິນໂຢ້ ຖືກລົງໂທດອີກແລ້ວ ຖືກແບນ 10 ວັນ, ປັບໄໝ 5 ໝື່ນເອີໂຣ ຫລັງວິຈານຜູ້ຕັດສິນ

ໂຈເຊ້ ມູຣິນໂຢ້ ຄູຝຶກຊາວປັອກຕຸຍການ ໄວ 60 ປີ ຂອງສະໂມສອນ ໂຣມ້າ ຖືກສະຫະພັນບານເຕະອີຕາລີ ລົງໂທດຫ້າມຄຸມທີມ 10 ວັນ ມີຜົນນຳໃຊ້ໃນລີກລະດູການໃໝ່ 2023-24 ພ້ອມກັນນີ້ ກໍຖືກປັບໄໝອີກ 5 ໝື່ນເອີໂຣ ຫລັງວິຈານຜູ້ຕັດສິນ ດານີເອເລ່ ຊິບຟີ້ ໃນເກມ ເຊຣີອາ ອີຕາລີ ທີ່ບຸກສະເໝີກັບ ມອນຊ້າ 1-1 ໃນທ້າຍເດືອນພຶດສະພາຜ່ານມາ.

ມູຣິນໂຢ້ ບໍ່ພໍໃຈການຕັດສິນຂອງ ດານີເອເລ່ ຊິບຟີ້  ຊຶ່ງຫລາຍຈັງຫວະຄ້ານສາາຍຕາຕົນເອງ ເຮັດໃຫ້ທີມເສຍປຽບ ຈຶ່ງຕໍ່ວ່າດ້ວຍອາລົມ ແລະ ວາຈາທີ່ບໍ່ເໝາະສົມ, ກ່ອນໜ້ານີ້ ມູຣິນໂຢ້ ຖືກສະຫະພັນບານເຕະເອີຣົບ ຫລື ຢູຟ້າ ລົງໂທດຫ້າມຄຸມທີມຂ້າງສະໜາມ 4 ນັດ ຈາກກໍລະນີສະແດງພຶດຕິກຳບໍ່ເໝາະສົມ ຊູຊີຕໍ່ວ່າຜູ້ຕັດສິນ ແອນໂທນີ້ ເທເລີ ຊາວອັງກິດ ໃນຮອບຊິງຊະນະເລີດ ຢູໂຣປ້າລີກ 2023 ກັບ ເຊບີຢ້າ.

ຂະນະທີ່ ແຟນບານ ໂຣມ້າ ກໍລະເບີດອາລົມຮ້ອນ ແກວ່ງວັດຖຸສິ່ງຂອງລົງສະໜາມ ລວມທັງລັກລອບເອົາບັ້ງໄຟດອກມາຈູດໃນສະໜາມ ຖືກຢູຟ້າລົງໂທດຫ້າມເຂົ້າຊົມການແຂ່ງຂັນລະດັບບານເອີຣົບ 1 ນັດ ແລະ ປັບໄໝສະໂມສອນ 55,000 ເອີໂຣ.

Leave a Reply

Your email address will not be published. Required fields are marked *