ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 21 ປີ ຊິງແຊ້ມເອີຣົບ 2023 ປະຈຸບັນໄດ້ແລ້ວ 8 ທີມສຸດທ້າຍ ເຂົ້າສູ່ຮອບນັອກເອົ້າ ຈາກທັງໝົດ 16 ທີມ ໃນຮອບແບ່ງກຸ່ມຄື: ປັອກຕຸຍການ ຮອງແຊ້ມຄັ້ງຜ່ານມາ, ອັງກິດ ແຊ້ມ 2 ສະໄໝ, ຝຣັ່ງ ແຊ້ມ 1 ສະໄໝ, ແອັສປາຍ ແຊ້ມສູງສຸດ 5 ສະໄໝ, ສະວິດເຊີແລນ, ອູແກຣນ, ອິດສະຣາແອນ ແລະ ນ້ອງໃໝ່ ຊັອກຊີ້ ເຈົ້າພາບ.
ການຈັບຄູ່ພົບກັນໃນຮອບ 8 ທີມສຸດທ້າຍ: ແອັສປາຍ ພົບ ສະວິດເຊີແລນ, ຊັອກຊີ້ ເຈົ້າພາບ ພົບ ອິດສະຣາແອນ ທັງສອງຄູ່ຈະແຂ່ງຂັນວັນທີ 1 ກໍລະກົດນີ້, ອັງກິດ ພົບ ປັອກຕຸຍການ, ຝຣັ່ງ ພົບ ອູແກຣນ ຈະແຂ່ງຂັນວັນທີ 2 ກໍລະກົດ 2023. ສ່ວນ ເຢຍລະມັນ ແຊ້ມເກົ່າ ຕົກຮອບແບ່ງກຸ່ມ.
ທີມທີ່ຕິດອັນດັບ 1 ໃນ 3 ຂອງທະວີບ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນ ໂອແລມປິກເກມ 2024 ທີ່ຝຣັ່ງ.
Photo: UEFA Under-21 Championship