ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ທີ່ປະເທດໄທ ຮອບຮອງຊະນະເລີດ ວັນທີ 29 ມິຖຸນາຜ່ານມາ, U17 ທີມຊາດຍີ່ປຸ່ນ ແຊ້ມເກົ່າ ເອົາຊະນະ U17 ທີມຊາດອີຣານ 3-0 ເຂົ້າຊິງຊະນະເລີດ ເຕະບານຊາຍ U17 ປີ ຊີງແຊ້ມອາຊີ 2023 ໄປປ້ອງກັນແຊ້ມກັບ U17 ສາທາລະນະລັດເກົາຫລີ ທີ່ຊະນະ U17 ອຸສເບກິສຖານ 1-0.
ຮອບຊິງຊະນະເລີດ ຈະແຂ່ງຂັນວັນທີ 2 ກໍລະກົດ 2023 ເວລາ 19:00 ໂມງ ທີ່ສະໜາມປະທຸມທານີ, ໂດຍບໍ່ມີຊິງທີ 3.
Photo: AFC