ລັດຖະບານກຳປູເຈຍ ມອບເງິນນະໂຍບາຍ ຫລື ເງິນລາງວັນ ຊົມເຊີຍຜົນງານ ຄະນະຄູຝຶກ, ຜູ້ຊ່ວຍ ແລະ ນັກກິລາ ທີ່ສາມາດຄວ້າຫລຽນລາງວັນ ໃນຊີເກມ ຄັ້ງທີ 32 ແລະ ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ກຳປູເຈຍ ເປັນເຈົ້າພາບ ໃນປີ 2023 ນີ້ ລວມທັງໝົດ 26 ຕື້ 303 ລ້ານ 5 ແສນ ຣຽວ ຫລື ປະມານ 6 ລ້ານ 3 ແສນ 5 ໝື່ນໂດລາສະຫະລັດ.
ຊີເກມ ຄັ້ງທີ 32 ນັກກິລາກຳປູເຈຍ ຍາດໄດ້ ຫລຽນຄຳ 81 ຫລຽນເງິນ 74 ແລະ ຫລຽນທອງ 127 ຫລຽນ, ສ່ວນອາຊຽນ ພາຣາເກມ ຄັ້ງທີ 12 ໄດ້ມາ 9 ຫລຽນຄຳ, 18 ຫລຽນເງິນ ແລະ 44 ຫລຽນທອງ. ນັກກິລາທີ່ໄດ້ຫລຽນຄຳ ໄດ້ຮັບ 60 ລ້ານຣຽວ, ຫລຽນເງິນ 30 ລ້ານຣຽວ, ຫລຽນທອງ 15 ລ້ານຣຽວ.
Photo: Cambodia 2023