ແມນຢູ ຕົກລົງຄ່າໂຕ ເມສັນ ເມົ້າ ໄດ້ແລ້ວ ລາຄາ 55 ລ້ານປອນ ແລະ ຈະເພີ່ມອີກ 5 ລ້ານປອນ

ແມນເຊັສເຕີ ຢູໄນເຕັດ ຕົກລົງຄ່າໂຕ ເມສັນ ເມົ້າ ກອງກາງທີມຊາດອັງກິດ ກັບ ເຊວຊີ ໄດ້ແລ້ວ ລາຄາ 55 ລ້ານປອນ ແລະ ຈະເພີ່ມອີກ 5 ລ້ານປອນ ຖ້າຜົນງານດີຕາມຄາດໝາຍ.

ເມສັນ ເມົ້າ ໄວ 24 ປີ ຈະເຊັນສັນຍາ 5 ປີ ກັບ ກອງທັບປີສາດແດງ ແລະ ຈະເປັນນັກເຕະຄົນທຳອິດທີ່ ແມນຢູ ໄດ້ມາເສີມທັບກ່ອນເລີ່ມລະດູການໃໝ່.

ເມສັນ ເມົ້າ ເຕີບໂຕມາຈາກອາຄາເດມີ້ຂອງ ເຊວຊີ ຮັບໃຊ້ທີມທັງໝົດ 195 ນັດ ຍິງ 33 ປະຕູ ແລະ 37 ແອັສຊິດ. ຊ່ວຍທີມໄດ້ແຊ້ມ ຢູຟ້າ ແຊ້ມປ້ຽນລີກ, ຢູຟ້າ ຊຸບເປີຄັບ ແລະ ແຊ້ມສະໂມສອນໂລກ ຢ່າງລະ 1 ສະໄໝ, ຮອງແຊ້ມ ເອຟເອຄັບ 3 ສະໄໝ ແລະ ລີກຄັບ 1 ສະໄໝ.

Photo: Chelsea F.C

Leave a Reply

Your email address will not be published. Required fields are marked *