ຕູຣາເຄຍ ທີມທີ 3 ຜ່ານການຄັດເລືອກ ເຂົ້າສູ່ຮອບສຸດທ້າຍ ບານສົ່ງໃນຮົ່ມຍິງ ເນຊັ່ນລີກ 2023

ການແຂ່ງຂັນບານສົ່ງໃນຮົ່ມຍິງລະດັບໂລກ ລາຍການ ເນຊັ່ນລີກ ປະຈຳປີ 2023 ຮອບຄັດເລືອກ ອາທິດທີ 3 ອາທິດສຸດທ້າຍ, ກຸ່ມທີ 6 ແຂ່ງຢູ່ບາງກອກ ປະເທດໄທ, ຕູຣາເຄຍ ຊະນະ ໄທ ເຈົ້າພາບ 3–0 ເຊັດ: 25–15, 25–15 ແລະ 25–20.

ໄຊນະນະນັດນີ້ ເຮັດໃຫ້ ຕູຣາເຄຍ ກາຍເປັນທີມທີ 3 ຜ່ານການຄັດເລືອກ ເຂົ້າສູ່ຮອບສຸດທ້າຍ ຕູຣາເຄຍ ແຂ່ງ 10 ນັດ ຊະນະ 7 ເສຍ 3 ຢູ່ອັນດັບ 3 ຮອງຈາກ ສະຫະລັດ ອາເມຣິກາ ແລະ ທັງ 3 ຜ່ານການຄັດເລືອກສູ່ຮອບສຸດທ້າຍ ຫລື ຮອບ 8 ທີມສຸດທ້າຍຕໍ່ໄປ. ສ່ວນ ໄທ ປະລາໄຊນັດນີ້ ຕົກຮອບຄັດເລືອກແນ່ນອນແລ້ວ ແຂ່ງ 10 ນັດ ຊະນະ 2 ເສຍ 8 ຢູ່ອັນດັບທີ 13.

ຄູ່ອື່ນ: ການາດ້າ ຊະນະ ເບຣຊິນ 3-2 ເຊັດ, ໂຮນລັງ ຊະນະ ໂຄຣອາຊີ້ 3-0 ເຊັດ, ກຸ່ມທີ 5 ແຂ່ງທີ່ຊູວອນ, ສາທາລະນະລັດເກົາຫລີ ເຈົ້າພາບ ເສຍໃຫ້ ສາທາລະນະລັດ ໂດມີນີກັນ 0-3 ເຊັດ, ສະຫະລັດ ອາເມຣິກາ ຊະນະ ບຸນກາຣີ 3-0 ເຊັດ ແລະ ໂປໂລຍ ຊະນະ ເຢຍລະມັນ 3-2 ເຊັດ.

ສະຫລຸບອັນດັບຂະນະນີ້ ສະຫະລັດ ອາເມຣິກາ ເປັນທີມນຳ ຊະນະ 9 ເສຍ 1, ໂປໂລຍ ຊະນະ 8 ເສຍ 2, ຕູຣາເຄຍ, ເບຣຊິນ, ເຢຍລະມັນ ຊະນະ 7 ເສຍ 3, ສປ ຈີນ, ຍີ່ປຸ່ນ ຊະນະ 6 ເສຍ 3, ການາດ້າ ຊະນະ 5 ເສຍ 5, ອີຕາລີ ແຊ້ມເກົ່າ ຊະນະ 5 ເສຍ 4, ໂຮນລັງ, ສາທາລະນະລັດ ໂດມີນີກັນ ຊະນະ 4 ເສຍ 6, ແຊັກບີ້ ຊະນະ 4 ເສຍ 5, ໄທ, ບຸນກາຣີ, ໂຄຣອາຊີ້ ຊະນະ 2 ເສຍ 8 ຕົກຮອບແນ່ນອນແລ້ວ ເຊັ່ນດຽວກັບ ສາທາລະນະລັດເກົາຫລີ ເສຍ 10 ນັດລວດ.

Photo: Volleyball World

Leave a Reply

Your email address will not be published. Required fields are marked *