ຍິນດີນຳ ໂປແລນ (ໂປໂລຍ) ຜ່ານການຄັດເລືອກ ເຂົ້າສູ່ຮອບສຸດທ້າຍ ບານສົ່ງໃນຮົ່ມຍິງ ເນຊັ່ນລີກ 2023 ພາຍຫລັງເອົາຊະນະ ເຢຍລະມັນ 3–2 ເຊັດ: 15–25, 25–19, 25–19, 19–25 ແລະ 17–15.
ໂປແລນ ແຂ່ງ 10 ນັດ ຊະນະ 8 ເສຍ 2 ຢູ່ອັນດັບ 2 ຮອງຈາກ ສະຫະລັດ ອາເມຣິກາ, ໂປແລນ ແລະ ສະຫະລັດ ອາເມຣິກາ ເປັນ 2 ທີມທຳອິດທີ່ຜ່ານການຄັດເລືອກສູ່ຮອບສຸດທ້າຍ ຫລື ຮອບ 8 ທີມສຸດທ້າຍ.
ສຳລັບຜົນງານຜ່ານມາຂອງທີມຍິງ ໂປແລນ ໃນລາຍການນີ້ ດີສຸດໄດ້ອັນດັບທີ 5 ໃນປີ 2019.
Photo: Volleyball World