ສະຫະພັນບານເຕະເອີຣົບ ຫລື ຢູຟ້າ ຢືນຢັນປ່ຽນກົດ ການເຊັນສັນຍາໄລຍະຍາວກັບນັກເຕະບານຂອງບັນດາສະໂມສອນຕ່າງໆ ສູງສຸດບໍ່ໃຫ້ກາຍ 5 ປີ ເລີ່ມວັນທີ 1 ກໍລະກົດ 2023 ນີ້, ສ່ວນນັກກິລາທີ່ເຊັນສັນຍາຍາວກ່ອນການປັບປ່ຽນກົດ ແມ່ນໃຫ້ຮັກສາສັນຍາເດີມ ເປັນຕົ້ນ ເອັນໂຊ້ ແຟນັນເດັຊ ແລະ ມີຄາຍໂລ ມູດິກ ສອງຕົວບຸກຈາກ ເຊວຊີ ທີ່ເຊັນສັນຍາຍາວເຖິງ 8 ປີ.
ສາເຫດທີ່ ຕ້ອງການປ່ຽນກົດນີ້ ຢູຟ້າ ໃຫ້ເຫດຜົນວ່າ: ຈະຊ່ວຍປັບປຸງຄວາມໝັ້ນຄົງທາງດ້ານການເງິນໃຫ້ແຕ່ລະສະໂມສອນ ເພາະຜ່ານມາ ການຊື້ນັກເຕະມາເສີມທັບດ້ວຍຄ່າໂຕທີ່ສູງ ແລະ ມາເຊັນສັນຍາຫລາຍປີ ເພື່ອຫວັງຜ່ອນຈ່າຍໄລຍະຍາວ ຍົກຕົວຢ່າງ ມີຄາຍໂລ ມູດິກ ປີກທີມຊາດຢູເຄຣນ (ອູແກຣນ) ທີ່ຍ້າຍມາຈາກ ຊັກຕ້າ ໂດເນັດ ມາຢູ່ກັບ ເຊວຊີ ດ້ວຍຄ່າໂຕ 89 ລ້ານປອນ ແລະ ເຊັນສັນຍາຍາວເຖິງ 8 ປີ ແລ້ວມາຜ່ອນຈ່າຍຄ່າໂຕ ປີລະປະມານ 11 ລ້ານປອນ.