ການແຂ່ງຂັນລົດຈັກທາງລຽບ ຊິງແຊ້ມໂລກ ສະໜາມທີ 8 ຂອງປີ 2023 ລາຍການ Dutch TT ທີ່ສະໜາມ TT Circuit Assen, ປະເທດໂຮນລັງ ໃນທ້າຍອາທິດຜ່ານມາ ຄວາມຍາວຕໍ່ຮອບ 4.542 ແມັດ ແຂ່ງທັງໝົດ 26 ຮອບ.
ປະກົດວ່າ: ຟຣານເຊັສໂກ້ ແບັກໄນອາ (ບານາຢ້າ) ແຊ້ມເກົ່າ ຊາວອີຕາລີ ຈາກຄ້າຍດູຄາຕິ ເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 40 ນາທີ 37.640 ວິນາທີ, ເອົາຊະນະ ມາຣໂກ້ ເບັຊແຊັກຄີ້ ເພື່ອນຮ່ວມຊາດຈາກທີມດຽວກັນ 1.223 ວິນາທີ, ບານາຢ້າ ປ້ອງກັນແຊ້ມລາຍການນີ້ໄດ້ສຳເລັດ ແລະ ເປັນແຊ້ມສະໜາມທີ 4 ຈາກ 8 ສະໜາມໃນປີນີ້.
ທີ 3 ສະໜາມນີ້ເປັນຂອງ ອາເລຊິສ ເອັສປາກາໂຣ້ ຊາວແອັສປາຍ ຈາກຄ້າຍ Aprilia ຕາມຫລັງ 1.925 ວິນາທີ, ສ່ວນ ຈໍເກ້ ມາຣຕິນ ນັກຂັບຊາວແອັສປາຍ ແຊ້ມສະໜາມຜ່ານມາ ຈົບທີ 5 ຕາມຫລັງ 1.934 ວິນາທີ. ຂະນະທີ່ ຟາບີໂອ ກົວຕາຣາໂຣ້ ແຊ້ມໂລກປີ 2021 ຊາວຝຣັ່ງ ຈາກຄ້າຍຢາມາຮ້າ ແຂ່ງບໍ່ຈົບ ເກີດອຸບັດຕິເຫດໃນຮອບທີສອງ ແລະ ມາກ ມາເກັຊ ແຊ້ມໂລກ 6 ສະໄໝ ຊາວແອັສປາຍ ຈາກຄ້າຍຮອນດ້າ ບໍ່ໄດ້ລົງແຂ່ງຂັນ ຍ້ອນຍັງມີອາການບາດເຈັບມືຊ້າຍ. ສ່ວນຜູ້ຊະນະເລີດການ Sprint ແມ່ນ: ມາຣໂກ້ ເບັຊແຊັກຄີ້, ທີ 2 ບານາຢ້າ.
ສະຫລຸບຄະແນນນັກຂັບຜ່ານໄປ 8 ສະໜາມ ຜູ້ນຳຍັງຄົງເປັນ ຟຣານເຊັສໂກ້ ແບັກໄນອາ (ບານາຢ້າ) ແຊ້ມເກົ່າ ມີ 194 ຄະແນນ, ທີສອງແມ່ນ ຈໍເກ້ ມາຣຕິນ ມີ 159 ຄະແນນ, ທີສາມ ມາຣໂກ້ ເບັຊແຊັກຄີ້ ມີ 158 ຄະແນນ. ທີມຜູ້ສ້າງ ຜູ້ນຳຍັງຄົງແມ່ນຄ້າຍດູຄາຕິ ມີ 285 ຄະແນນ, ທີສອງ ເຄທີເອັມ ມີ 153 ຄະແນນ, ທີສາມ ອາພຣີເລຍ ມີ 121 ຄະແນນ.
ສະໜາມຕໍ່ໄປ ສະໜາມທີ 9 ລາຍການ ບຣີທິສ ກຣັງປຣີ ທີ່ສະໜາມ Silverstone Circuit, ປະເທດອັງກິດ ຈະແຂ່ງຂັນວັນທີ 4-6 ສິງຫາ 2023.
Photo: MotoGP