ສະຫະພັນເທຄວັນໂດແຫ່ງຊາດລາວ ປະກາດແຕ່ງຕັ້ງຄະນະບໍລິຫານງານຊຸດໃໝ່ ປີ 2023-2026

ພິທີໄດ້ຈັດຂຶ້ນ ວັນທີ 28 ມິຖຸນາ 2023, ທີ່ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ ຜູ້ເກົ່າ ແລະ ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ສຳລັບຄະນະບໍລິຫານງານຊຸດໃໝ່ ສົກປີ 2023-2026 ໄດ້ແຕ່ງຕັ້ງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານສະຫະພັນຜູ້ເກົ່າ ຂຶ້ນມາເປັນປະທານກິດຕິມະສັກ, ທ່ານ ສີວັນນະກອນ ມະນີວັນ ແລະ ທ່ານ ແສງສັກ ໄຊຍະລາດ ເປັນຄະນະທີ່ປຶກສາ, ສ່ວນປະທານສະຫະພັນຜູ້ໃໝ່ແມ່ນ ທ່ານ ປະສາດໄຊ ພິລາພັນເດຊ ຜູ້ອຳນວຍການບໍລິສັດ ລາວ ໂຕໂຢຕ້າ ບໍລິການ ຈຳກັດ, ທ່ານ ອຸໄດ ສຸວັນນາລີ, ທ່ານ ທິນນະກອນ ທອງຄຳ, ທ່ານ ສາຍມະໂນລິນ ສິນບັນດິດ ເປັນຮອງປະທານສະຫະພັນ ແລະ ທ່ານ ທະນຸວັກ ພົມມະຈັກ ເປັນຮອງປະທານ ແລະ ນາຍຄັງ, ທ່ານ ຈັນທະວົງ ປັນຍາສີລິ ເປັນເລຂາທິການ ນອກນັ້ນ ກໍຍັງມີການປັບປຸງແຕ່ງຕັ້ງ ຄະນະກຳມະການອີກ 9 ທ່ານ.

ເປົ້າໝາຍຂອງຄະນະບໍລິຫານຊຸດໃໝ່ ຈະສືບຕໍ່ສ້າງຄວາມນິຍົມ, ສົ່ງເສີມ ແລະ ພັດທະນາ ກິລາເທຄວັນໂດລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງກວ່າເກົ່າ, ນຳພາທັບນັກກິລາເທຄວັນໂດລາວກ້າວສູ່ສາກົນ, ປັບປຸງວຽກງານບໍລິຫານ, ການພົວພັນ ແລະ ການພັດທະນາບຸກຄະລາກອນ ໂດຍສະເພາະຄູຝຶກ ແລະ ນັກກິລາ ເພື່ອຕອບສະໜອງແຜນການຕ່າງໆໃຫ້ປະກົດຜົນເປັນຈິງ, ໂດຍສ້າງແຜນກຳນົດຈະຈັດໃຫ້ມີກິດຈະກຳເຄື່ອນໄຫວແຂ່ງຂັນພາຍໃນ 3-4 ຄັ້ງຕໍ່ປີ ແລະ ເຄື່ອນໄຫວແຂ່ງຂັນຢູ່ຕ່າງປະເທດ 3-4 ຄັ້ງຕໍ່ປີ ຫລື ຫລາຍກວ່ານັ້ນ ຕາມສະພາບເງື່ອນໄຂ ໂດຍຈະພະຍາຍາມຄົ້ນຄວ້າຫາແຫລ່ງທຶນຮອນ ເພື່ອສ້າງໂອກາດໃຫ້ບຸກຄະລາກອນ ໄດ້ເຄື່ອນໄຫວຝຶກແອບ ແລະ ພັດທະນາຢ່າງຕໍ່ເນື່ອງ.

ສະຫະພັນເທຄວັນໂດແຫ່ງຊາດລາວ ສ້າງຕັ້ງຂຶ້ນໃນປີ 1994, ປີ 1995 ໄດ້ເຂົ້າເປັນສະມາຊິກສະຫະພັນເທຄວັນໂດອາຊຽນ ແລະ ປີ 1996 ເຂົ້າເປັນສະມາຊິກສະຫະພັນເທຄວັນໂດສາກົນ, ຕັ້ງແຕ່ປີ 1994-2021 ມີຄະນະບໍລິຫານງານທັງໝົດ 7 ຊຸດ, ປັດຈຸບັນ ທົ່ວປະເທດມີສະໂມສອນເທຄວັນໂດ ທັງໝົດ 27 ພາກສ່ວນ ແລະ ມີນັກກິລາ 1.000 ກວ່າຄົນ ເປັນຍິງ 480 ກວ່າຄົນ. ຜ່ານມາ ສະຫະພັນເທຄວັນໂດແຫ່ງຊາດລາວ ມີບົດບາດພົ້ນເດັ່ນສົມຄວນ ໃນການສ້າງບຸກຄະລາກອນໃຫ້ເປັນຄົນທີ່ມີຄວາມຮູ້, ຄວາມສາມາດ, ມາລະຍາດ, ແລະ ລະບຽບວິໄນ, ເຄີຍມີຜົນງານພິຊິດຫລຽນລາງວັນຫລາຍລາຍການໃນລະດັບພາກພື້ນ ໂດຍສະເພາະຊິງແຊ້ມອາຊຽນ ແລະ ຊີເກມ, ແຕ່ກໍຍັງມີສິ່ງທ້າທາຍຫລາຍຢ່າງໃນຕໍ່ໜ້າ ເພື່ອຍົກລະດັບພັດທະນາ ແລະ ສ້າງຜົນໃຫ້ດີກວ່າເກົ່າ.

ໂອກາດດັ່ງກ່າວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໜັກຄະນະບໍລິຫານງານສະຫະພັນຊຸດໃໝ່ ໃຫ້ພ້ອມກັນສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ນໍ້າໃຈຮັກຊາດ, ມີນໍ້ານັກກິລາ, ມີຈັນຍາບັນ, ໃຫ້ບັນດາຄະນະສະຫະພັນ, ຫົວໜ້າສະໂມສອນ ຄູຝຶກ ແລະ ນັກກິລາ ເອົາໃຈໃສ່ສົ່ງເສີມ ກໍ່ສ້າງສະໂມສອນເທຄວັນໂດໃນຂອດເຂດທົ່ວປະເທດ ໃຫ້ເຂັ້ມແຂງ ມີຄຸນະພາບ, ປັບປຸງການບໍລິຫານຈັດການໃຫ້ມີປະສິດທິພາບສູງ, ສ້າງກອງທຶນຂອງສະຫະພັນ ແລະ ສ້າງລະບົບພັດທະນາ ນັກກິລາຈາກພື້ນຖານສູ່ຄວາມເປັນເລີດ ເພື່ອໃຫ້ສາມາດຍາດໄດ້ຫຼຽນຄຳໃນຊີເກມຄັ້ງຕໍ່ໆໄປ

ປ່ອຍສຽງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ…….

ໃນພິທີກໍຍັງມີການຍ້ອງຍໍຜົນງານດີເດັ່ນໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາ ທີ່ສ້າງຜົນງານຄວ້າ 1 ຫຼຽນເງິນ ແລະ 2 ຫຼຽນທອງ ໃນຊີເກມ ຄັ້ງທີ 32 ທີ່ກຳປູເຈຍ ພ້ອມທັງມອບເງິນນະໂຍບາຍ ຈຳນວນ 60 ລ້ານກວ່າກີບ ຈາກຄະນະສະຫະພັນ ແລະ ໃນໂອກາດດຽວກັນ ທາງສະຖານທູດ ສາທາລະນະລັດເກົາຫຼີ ປະຈຳລາວ ກໍໄດ້ມອບອຸປະກອນກິລາເທຄວັນໂດໃຫ້ສະຫະພັນຕື່ມອີກ.

Leave a Reply

Your email address will not be published. Required fields are marked *