ອາຣເຊນໍລ ແລະ ເວັສແຮມ ຕົກລົງຄ່າໂຕ ດີຄານ ໄຣຊ໌ 105 ລ້ານປອນ!

ອາຣເຊນໍລ ແລະ ເວັສແຮມ ຕົກລົງເຫັນດີຄ່າໂຕ ດີຄານ ໄຣຊ໌ ກອງກາງທີມຊາດອັງກິດ ທີ່ 105 ລ້ານປອນ, ພາຍຫລັງກ່ອນໜ້ານີ້ ເດີ ກັນເນີ້ ສະເໜີມາສອງຄັ້ງດ້ວຍຄ່າໂຕບໍ່ເຖິງຫລັກ 100 ລ້ານ ຈຶ່ງຖືກ ເວັສແຮມ ປະຕິເສດ, ອາຣເຊນໍລ ຈຶ່ງກ້າທຸ້ມຕາມສະໂມສອນຕົ້ນສັງກັດຕ້ອງການ ເພື່ອດຶງເອົາກອງກາງ ໄວ 24 ປີ ມາເສີມທັບໃຫ້ໄດ້ ເພາະໃຈນັກກິລາມາແລ້ວ ຖ້າຊັກຊ້າອາດຈະຖືກ ແມນຢູ ແລະ ແມນຊິຕີ້ ຕັດໜ້າ.

ຄຸນນະພາບຂອງ ດີຄານ ໄຣຊ໌ບໍ່ມີໃຜປະຕິເສດ ດ້ວຍຜົນງານທີ່ປະຈັກຕາໃນລະດູການຜ່ານໆມາ ທັງເກມຮັບ ແລະ ບຸກ, ຫລ້າສຸດກໍຊ່ວຍ ເວັສແຮມ ລອດຕົກຊັ້ນ ແລະ ສ້າງປະຫວັດສາດຄວ້າແຊ້ມ ຢູຟ້າ ຢູໂຣປ້າ ຄອນເຟີເຣັນລີກ ມາຄອງເປັນຄັ້ງທຳອິດ ແລະ ເປັນແຊ້ມລະດັບເມເຈີໃນຮອບ 43 ປີ ຂອງຂຸນຄ້ອນ.

ຄ່າໂຕ 105 ລ້ານປອນ ຂອງ ດີຄານ ໄຣຊ໌ ສຳລັບ 5 ລ້ານ ແມ່ນເງື່ນໄຂເພີ່ມໃຫ້ ຖ້າຜົນງານດີຕາມຄາດໝາຍ, ຄ່າໂຕຂອງ ໄຣຊ໌ ຖືວ່າເປັນນັກເຕະອັງກິດແພງສຸດເທົ່າກັບ ແຈັກ ກຣີລິສ ປີກທີມຊາດອັງກິດ ທີ່ຍ້າຍຈາກ ແອັສຕັນ ວິນລ້າ ມາຢູ່ກັບ ແມນຊິຕີ້ ໃນປີ 2021.

ສ່ວນນັກເຕະທີ່ຍ້າຍເຂົ້າມາໃນ ພຣີເມ່ຍລີກ ອັງກິດ ດ້ວຍຄ່າໂຕແພງສຸດແມ່ນ ເອັນໂຊ້ ແຟນັນເດັຊ ກອງກາງທີມຊາດອາກຊັງຕິນ ຍ້າຍຈາກ ເບັນຟີກ້າ ມາຢູ່ກັບ ເຊວຊີ ໃນເດືອນມັງກອນປີນີ້ ດ້ວຍຄ່າໂຕ 121 ເອີໂຣ ຫລື 107 ລ້ານປອນ.

Photo: West Ham United

Leave a Reply

Your email address will not be published. Required fields are marked *