ເອດົວ ເມັນດີ້ ອີກໜຶ່ງນັກເຕະບານຊື່ດັງ ເລືອກໄປລີກຊາອຸດິອາຣາເບຍ!

ເອດົວ ເມັນດີ້ ຜູ້ຮັກສາປະຕູທີມຊາດເຊເນການ ໄວ 31 ປີ ເປັນອີກໜຶ່ງນັກກິລາຊື່ດັງ ເລືອກໄປລີກຊາອຸດິອາຣາເບຍ, ເມັນດີ້ ລາ ເຊວຊີ ໄປຢູ່ກັບ ອາວ ອາລີ ຊາອຸດິ ເອັຟຊີ ດ້ວຍຄ່າໂຕ 16 ລ້ານປອນ ເຊັນສັນຍາ 2 ປີ.

ເມັນດີ້ ເປັນ 1 ຈາກ 6 ຄົນໃນທີມຊຸດໃຫຍ່ທີ່ ເຊວຊີ ປ່ອຍອອກຈາກທີມຫລັງຈົບລະດູການຜ່ານມາ ຕໍ່ຈາກ ຄາຍ ຮາແວັດ, ມັດຕີໂອ ໂຄວາຊິກ, ຄາລີດູ ຄູລີບາລີ້, ຕີມູເອ້ ບາກາໂຢໂກ້ ແລະ ເອັນໂກໂລ້ ກ໋ອງເຕ້ ແລະ ຍັງຈະມີ ຮາຄິມ ຊີເຢັກ ທີ່ມີຂ່າວຈະໄປຢູ່ກັບອາວນາສເຊີ.

ເມັນດີ້ ເປັນນັກເຕະຊື່ດັງທີ່ເລືອກໄປຫລິ້ນໃນລີກຊາອຸດິອາຣາເບຍ ຕໍ່ຈາກ: ຄຣິສເຕຍໂນ້ ໂຣນາວໂດ້, ຄາຣິມ ເບັນເຊມ້າ, ຣູເບັນ ເນເວັສ, ວິນລ້ຽມ ຄາວັນໂຢ້, ຄາລີດູ ຄູລີບາລີ້, ເອັນໂກໂລ້ ກ໋ອງເຕ້ ແລະ ຮາຄິມ ຊີເຢັກ.

ເອດົວ ເມັນດີ້ ຍ້າຍຈາກ ແຣນສ໌ ມາຢູ່ກັບ ເຊວຊີ ໃນປີ 2020 ຜົນງານດີສົມຄວນ ລົງຫລິ້ນ 105 ນັດ ຮັກສາຄລີນຊີດ (ບໍ່ເສຍປະຕູ) 49 ນັດ, ໄດ້ແຊ້ມ ຢູຟ້າ ແຊ້ມປ້ຽນລີກ, ຢູຟ້າ ຊຸບເປີຄັບ ແລະ ແຊ້ມສະໂມສອນໂລກ ກັບທີມຢ່າງລະໜຶ່ງສະໄໝ, ຮອງແຊ້ມ ເອັຟເອຄັບ 2 ສະໄໝ ແລະ ລີກຄັບ ໜຶ່ງສະໄໝ.

ນອກຈາກນີ້ ຍັງໄດ້ລາງວັນຜູ້ຮັກສາປະຕູດີເດັ່ນຂອງຟີຟ້າ ປີ 2021, ຜູ້ຮັກສາປະຕູດີເດັ່ນຂອງ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2020–21,  ໃນນາມທີມຊາດເຊເນການ ຮັບໃຊ້ທີມ 29 ນັດ ຊ່ວຍທີມສ້າງປະຫວັດສາດໄດ້ແຊ້ມ ຄັ້ງທຳອິດ ປີ 2021 ແລະ ໄດ້ລາງວັນຜູ້ຮັກສາປະຕູດີເດັ່ນຂອງທະວີບໃນປີນັ້ນ.

Photo: Al Ahli Saudi FC, Chelsea F.C.

Leave a Reply

Your email address will not be published. Required fields are marked *