ປືນໃຫຍ່ ອາຣເຊນໍລ ເປີດໂຕ ຄາຍ ຮາແວັດ ສູນໜ້າທີມຊາດເຢຍລະມັນ ໄວ 24 ປີ ທີ່ຊື້ມາຈາກ ເຊວຊີ ດ້ວຍຄ່າໂຕ 65 ລ້ານປອນ ເຊັນສັນຍາ 5 ປີ, ເດີ ກັນເນີ້ ມອບເສື້ອໝາຍເລກ 29 ໃຫ້ ຮາແວັດ.
ສຳລັບ ຮາແວັດ ຖືກ ເຊວຊີ ຊື້ ມາຈາກ ໄບເອີ ເລເວີຄູເຊັ້ນ ໃນປີ 2020 ດ້ວຍຄ່າໂຕ 71 ລ້ານປອນ ແຕ່ຜົນງານຍັງບໍ່ປະຈັກຕາເໝືອນກັບຢູ່ທີມເກົ່າ, ຮັບໃຊ້ ເຊວຊີ ທັງໝົດ 139 ນັດ ຍິງ 32 ປະຕູ 15 ແອັສຊິດ, ຮາແວັດ ຄືຜູ້ຍິງປະຕູໄຊ ຊ່ວຍ ເຊວຊີ ຊະນະ ແມນຊິຕີ້ 1-0 ຄວ້າແຊ້ມ ຢູຟ້າ ແຊ້ມປ້ຽນລີກ ປີ 2021.
Photo: Arsenal