ທັອດແນ່ມ ຮັອດສະເປີ ປະສົບຜົນສຳເລັດໄດ້ ເຈມສ໌ ແມັດດີສັນ ກອງກາງທີມຊາດອັງກິດຈາກ ເລັສເຕີ ຊິຕີ້ ມາເສີມທັບ ດ້ວຍຄ່າໂຕ 40 ລ້ານປອນ ເຊັນສັນຍາ 5 ປີ.
ກອງກາງ ໄວ 26 ປີ ເລືອກລາ ເລັສເຕີ ພາຍຫລັງຕົກຊັ້ນຈາກ ພຣີເມ່ຍລີກ ລະດູການຜ່ານມາ, ແມັດດີສັນ ເປັນຂຸນກຳລັງທີ່ສຳຄັນໃນການຊ່ວຍ ຈິງຈອກສະຫຍາມ ໄດ້ແຊ້ມ ເອັຟເອຄັບ ຄັ້ງປະຫວັດສາດ ປີ 2021.
ແມັດດີສັນ ມາຢູ່ກັບ ເລັສເຕີ ໃນປີ 2018 ຮັບໃຊ້ທີມທັງໝົດ 203 ນັດ ຍິງ 55 ປະຕູ 41 ແອັສຊິດ.
Photo: Spurs