ຣາບີໂອ ຕົກລົງຕໍ່ສັນຍາກັບ ຢູເວັນຕຸສ ພຽງ 1 ປີ

ອາດ້ຽນ ຣາບີໂອ ກອງກາງທີມຊາດຝຣັ່ງ ຕົກລົງຕໍ່ສັນຍາກັບຕົ້ນສັງກັດ ຢູເວັນຕຸສ ພຽງ 1 ປີ, ກອງກາງ ໄວ 28 ປີ ຈະໝົດສັນຍາກັບທັບມ້າລາຍ ຫລັງຈົບລະດູການຜ່ານມາ ແລະ ມີຂ່າວຫລາຍທີມສົນໃຈ ແຕ່ເລືອກຮັບຂໍ້ສະເໜີຂະຫຍາຍສັນຍາເພີ່ມພຽງ  1 ປີ ຍ້ອນຍັງຕ້ອງການຢູ່ກັບທີມ.

ຣາບີໂອ ຍ້າຍຈາກ ປາຣີ ແຊັງແຊກແມັງ ມາຢູ່ກັບ ຢູເວັນຕຸສ ໃນປີ 2019 ລົງຫລິ້ນ 177 ນັດ ຍິງ 17 ປະຕູ, ຊ່ວຍທີມໄດ້ແຊ້ມລີກສູງສຸດ ລະດູການ 2019-20, ພ້ອມກັບ ແຊ້ມໂຄປ້າ ອີຕາເລຍ ແລະ ຊຸບເປີຄັບ ຢ່າງລະໜຶ່ງສະໄໝ.

ຣາບີໂອ ຢູ່ໃນທີມຊາດຝຣັ່ງ ຊຸດໄດ້ຮອງແຊ້ມ ບານໂລກ 2022 ແລະ ແຊ້ມ ຢູຟ້າ ເນຊັ່ນລີກ ລະດູການ 2020–21.

Photo: Juventus

Leave a Reply

Your email address will not be published. Required fields are marked *