ອັນເດຣຍ ປີໂຣ້ ອາດີດກອງກາງທີມຊາດອີຕາລີ, ສະໂມສອນ ອິນເຕີ ມິລານ, ເອຊີ ມິລານ ແລະ ຢູເວັນຕຸສ ຕອບຮັບຄຸມທີມ ຊາມໂດເຣຍ ສະໂມສອນເກົ່າແກ່ໃນລີກບ້ານເກີດ ເຊັນສັນຍາ 2 ປີ.
ປີໂຣ້ ໄວ 44 ປີ ວ່າງງານມາແຕ່ທ້າຍເດືອນພຶດສະພາ ປີນີ້ ຫລັງແຍກທາງກັບ ຟາຕິ ຄາຣາກຸມຣຸກ ທີມໃນລີກຕູຣາເຄຍ, ປີໂຣ້ ມີປະສົບການຄຸມທີມໃນອີຕາລີມາແລ້ວ ກໍຄືຕົ້ນສັງກັດເກົ່າ ຢູເວັນຕຸສ ໃນລະຫວ່າງເດືອນສິງຫາ ປີ 2020 ຫາເດືອນພຶດສະພາ ປີ 2021 ແຕ່ຖືກປົດອອກຈາກຕຳແໜ່ງ ເຖິງວ່າພາທີມໄດ້ແຊ້ມ ໂຄປ້າ ອີຕາເລຍ ແລະ ຊຸບເປີຄັບ ອີຕາລີ ແຕ່ຈົບອັນດັບ 4 ໃນເຊຣີອາ.
ສ່ວນ ຊາມໂດເຣຍ ຫາກໍຕົກຊັ້ນ ຈາກເຊຣີອາ ໃນລະດູການຜ່ານມາ ຈົບອັນດັບສຸດທ້າຍ ຕົກຊັ້ນໄປຫລິ້ນໃນ ເຊຣີບີ.
Photo: U.C. Sampdoria