ສຳລັບ 4 ຊາດຈາກອາຊີ ທີ່ໄດ້ເປັນຕົວແທນຂອງທະວີບ ໄປແຂ່ງຂັນ ເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມໂລກ 2023 ທີ່ອິນໂດເນເຊຍ ຈະເປັນເຈົ້າພາບ ໃນລະຫວ່າງວັນທີ 10 ພະຈິກ – 2 ທັນວາ 2023 ໄດ້ແກ່: ຍີ່ປຸ່ນ, ສາທາລະນະລັດເກົາຫລີ, ອີຣານ ແລະ ອຸສເບກິສຖານ.
ທັງ 4 ໄດ້ສິດນີ້ ຍ້ອນສາມາດທະລຸເຂົ້າຮອບ 4 ທີມສຸດທ້າຍ ເຕະບານຊາຍ U17 ປີ ຊິງແຊ້ມອາຊີ 2023 ທີ່ໄທ, ຍີ່ປຸ່ນ ຜ່ານ ອົດສະຕຣາລີ 3-1 ໃນຮອບ 8 ທີມສຸດທ້າຍ, ຂະນະທີ່ ສາທາລະນະລັດເກົາຫລີ ຊະນະ ໄທ ເຈົ້າພາບ 4-1, ອີຣານ ຊະນະດວນຈຸດໂທດ ເຢເມັນ 4-2 ເວລາປົກກະຕິສະເໝີກັນ 0-0 ແລະ ອຸສເບກິສຖານ ຊະນະ ຊາອຸດິອາຣາເບຍ 2-0.
ຮອບ 4 ທີມສຸດທ້າຍ ອີຣານ ພົບ ຍີ່ປຸ່ນ ຈະແຂ່ງຂັນວັນທີ ມິຖຸນານີ້ ເວລາ 17:00 ແລະ ສາທາລະນະລັດເກົາຫລີ ພົບກັບ ອຸສເບກິສຖານ ໃນວັນດຽວກັນ ເປັນຄູ່ທີສອງ ເວລາ 21:00.
ສຳລັບ ຍີ່ປຸ່ນ ຈະໄດ້ໄປຫລິ້ນໃນ U17 ປີ ຊິງແຊ້ມໂລກ ເປັນຄັ້ງທີ 10, ສາທາລະນະລັດເກົາຫລີ ເປັນຄັ້ງທີ 7, ອີຣານ ເປັນຄັ້ງທີ 5 ແລະ ອຸສເບກິສຖານ ເປັນຄັ້ງທີ 3.