ສາທາລະນະລັດເກົາຫລີ ເສຍ 9 ນັດລວດ! ບານສົ່ງໃນຮົ່ມຍິງ ເນຊັ່ນລີກ 2023

ການແຂ່ງຂັນບານສົ່ງໃນຮົ່ມຍິງລະດັບໂລກ ລາຍການ FIVB ເນຊັ່ນລີກ ປະຈຳປີ 2023 ຮອບຄັດເລືອກ ອາທິດທີ 3 ອາທິດສຸດທ້າຍ ກຸ່ມທີ 5 ແຂ່ງທີ່ຊູວອນ, ສາທາລະນະລັດເກົາຫລີ ເຈົ້າພາບ ເສຍໃຫ້ ບຸນກາຣີ້ 1-3 ເຊັດ: 22-25, 18-25, 26-24 ແລະ 15-25 ສາທາລະນະລັດເກົາຫລີ ຟອມຕົກຕໍ່ເນື່ອງ ເສຍ 9 ນັດລວດ ຈົ່ມຢູ່ອັນດັບສຸດທ້າຍ, ຂະນະທີ່ ບຸນກາຣີ້ 9 ນັດ ຊະນະ 2 ເສຍ 7 ຢູ່ອັນດັບທີ 14.

ສ່ວນ ເຢຍລະມັນ ຊະນະ ສາທາລະນະລັດ ໂດມີນີກັນ 3-1 ເຊັດ. ກຸ່ມທີ 6 ແຂ່ງທີ່ບາງກອກ ໄທ ເຈົ້າພາບ ເສຍໃຫ້ ໂຮນລັງ 0-3 ເຊັດ ແລະ ການາດ້າ ຊະນະ ໂຄຣອາຊີ້ 3-0 ເຊັດ.

ຕາຕະລາງອັນດັບຂະນະນີ້ ໂປໂລຍ ແລະ ສະຫະລັດ ອາເມຣິກາ ຜົນງານດີກວ່າໜູ່ ຊະນະ 7 ເສຍ 1, ເຢຍລະມັນ ຊະນະ 7 ເສຍ 2, ຕູຣາເຄຍ, ສປ ຈີນ, ເບຣຊິນ ຊະນະ 6 ເສຍ 2, ຍີ່ປຸ່ນ, ອີຕາລີ ແຊ້ມເກົ່າ ຊະນະ 5 ເສຍ 3, ການາດ້າ ຊະນະ 4 ເສຍ 5, ໂຮນລັງ, ສາທາລະນະລັດ ໂດມີນີກັນ ຊະນະ 3 ເສຍ 6, ແຊັກບີ້ ຊະນະ 3 ເສຍ 5, ໄທ, ບຸນກາຣີ, ໂຄຣອາຊີ້ ຊະນະ 2 ເສຍ 7 ແລະ ສາທາລະນະລັດເກົາຫລີ ເສຍ 9 ນັດລວດ.

ສຳລັບການແຂ່ງຂັນອາທິດທີ 3 ແຂ່ງຂັນວັນທີ 27 ມິຖຸນາ ຫາວັນທີ 2 ກໍລະກົດ 2023 ຫລັງສຳເລັດ ຈະຄັດເອົາອັນດັບ 1 ຫາ 8 ໄປແຂ່ງຂັນຮອບສຸດທ້າຍທີ່ ອາລິ້ງຕັນ ລັດເທັກຊັສ ສະຫະລັດອາເມຣິກາ ລະຫວ່າງວັນທີ 12 ຫາ 16 ກໍລະກົດ 2023.

ສ່ວນປະເພດຊາຍ ຫາກໍສຳເລັດການແຂ່ງຂັນອາທິດທີສອງ ວັນທີ 25 ມິຖຸນາຜ່ານມາ, ສະຫລຸບຕາຕະລາງອັນດັບຂະນະນີ້ ຍີ່ປຸ່ນ ເປັນທີມນຳ ຊະນະ 8 ນັດລວດ, ຮອງລົງມາແມ່ນ ສະຫະລັດ ອາເມຣິກາ ຊະນະ 7 ເສຍ 1, ເບຣຊິນ, ສະໂລເວນີ້, ໂປໂລຍ ຊະນະ 6 ເສຍ 2, ອີຕາລີ, ອາກຊັງຕິນ ຊະນະ 5 ເສຍ 3, ໂຮນລັງ, ແຊັກບີ້ ຊະນະ 4 ເສຍ 4, ຝຣັ່ງ ແຊ້ມເກົ່າ ຊະນະ 3 ເສຍ 5, ອີຣານ, ກູບ້າ, ການາດ້າ ແລະ ຈີນ ຊະນະ 2 ເສຍ 6, ບຸນກາຣີ້ ແລະ ເຢຍລະມັນ ຊະນະ 1 ເສຍ 7.

ຄັດເລືອກ ຮອບທີສາມ ຫລື ຮອບສຸດທ້າຍ ຈະກັບມາແຂ່ງຂັນວັນທີ 4-9 ກໍລະກົດທີ່ຈະມາເຖິງນີ້, ໂດຍປະເພດຊາຍ ຮອບສຸດທ້າຍ ຈະແຂ່ງຂັນທີ່ປະເທດໂປໂລຍ ໃນລະຫວ່າງວັນທີ 19–23 ກໍລະກົດ 2023.

Photo: Volleyball World

Leave a Reply

Your email address will not be published. Required fields are marked *