ທັອດແນ່ມ ຮັອດສະເປີ ໄດ້ ກູເຢຍໂມ້ ວິຄາຣີໂອ້ ຜູ້ຮັກສາປະຕູຊາວອີຕາລີ ໄວ 26 ປີ ມາເສີມທັບ ເຊັນສັນຍາ 5 ປີ, ວິຄາຣີໂອ້ ຍ້າຍຈາກ ເອັມໂປລີ ໃນເຊຣີອາ ອີຕາລີ ດ້ວຍບໍ່ເປີດເຜີຍຄ່າໂຕ ແຕ່ຫລາຍສື່ຄາດວ່າປະມານ 19 ລ້ານເອີໂຣ.
ວິຄາຣີໂອ້ ມີຄວາມສູງ 1.94 ຢູ່ໃນທັບອັຊຊູຣີ້ ໄດ້ອັນດັບ 3 ຢູຟ້າ ເນຊັ່ນລີກ ປີນີ້, ສ່ວນລະດູການຜ່ານມາ ລົງຫລິ້ນ 31 ນັດ ຮັກສາຄລີນຊີດ (ບໍ່ເສຍປະຕູ) 7 ນັດ ແລະ ເສຍ 39 ປະຕູ.
Photo: Tottenham Hotspur