ໂຄວາຊິກ ນັກເຕະຊາວໂຄຣເອເຊຍ ຄົນທີ 2 ໃນປະຫວັດສາດຂອງ ແມນຊິຕີ້

ມັດຕິໂອ ໂຄວາຊິກ ກອງກາງ ໄວ 29 ປີ ທີ່ຍ້າຍຈາກ ເຊວຊີ ມາຢູ່ກັບ ແມນເຊັສເຕີ ຊິຕີ້ ດ້ວຍຄ່າໂຕ 25 ລ້ານປອນ ໃນນີ້ 5 ລ້ານປອນຈະເປັນເງິນໂບນັສ ແລະ ເງື່ອນໄຂຕ່າງໆ ຖ້ານັກກິລາຜົນງານດີ ເຊັນສັນຍາ 4 ປີ ກັບທັບເຮືອໃບ.

ໂຄວາຊິກ ກາຍນັກເຕະຊາວໂຄຣເອເຊຍ ຄົນທີ 2 ໃນປະຫວັດສາດຂອງ ແມນຊິຕີ້ ຕໍ່ຈາກ ເວດານ ຄໍລູກ້າ ໃນລະຫວ່າງປີ 2007–2008. ໂຄວາຊິກ ເຂົ້າມາແທນທີ່ຂອງ ອີຄາຍ ກຸນໂດກັນ ກອງກາງຊາວເຢຍລະມັນ ທີ່ບໍ່ຕໍ່ສັນຍາກັບທີມ ເລືອກຍ້າຍໄປຮ່ວມທັບ ບາຣເຊໂລນ້າ.

ສຳລັບ ມັດຕິໂອ ໂຄວາຊິກ ຍ້າຍຈາກ ຣຽວ ມາດຣິດ ມາຢູ່ສັງວຽນ ພຣີເມ່ຍລີກ ກັບ ເຊວຊີ ໃນປີ 2018 ລົງຫລິ້ນ 221 ນັດ ຍິງ 6 ປະຕູ 15 ແອັສຊິດ, ຊ່ວຍທີມໄດ້ແຊ້ມ ຢູຟ້າ ແຊ້ມປ້ຽນລີກ, ຢູໂຣປ້າລີກ, ຢູຟ້າ ຊຸບເປີຄັບ ແລະ ແຊ້ມສະໂມສອນໂລກ ຢ່າງລະໜຶ່ງສະໄໝ, ຮອງແຊ້ມ ເອຟເອຄັບ ແລະ ລີກຄັບ ຢ່າງລະສອງສະໄໝ.

Photo: Manchester City

Leave a Reply

Your email address will not be published. Required fields are marked *