ອັບເດດການຈັດອັນດັບໂລກ ນັກເທັນນິສ ຍິງ-ຊາຍ ຫລ້າສຸດ! ອາວຄາຣັຊ ສ້າງປະຫວັດສາດຂຶ້ນເປັນມື 1 ຂອງໂລກດ້ວຍອາຍຸນ້ອຍສຸດພຽງ 19 ປີ

ການຈັດອັນດັບໂລກ ນັກເທັນນິສ ຍິງ-ຊາຍ ຫລ້າສຸດໃນຕົ້ນອາທິດນີ້ ປະເພດຊາຍດ່ຽວ ຄາຣລັອສ ອາວຄາຣັຊ ນັກເທັນນິສດາວເດັ່ນຊາວສະເປນ (ແອັສປາຍ) ທີ່ສະແດງຜົນງານໂດດເດັ່ນຄວ້າແຊ້ມແກຣນສະແລມ ຢູເອັສ ໂອເພັນ 2022 ດ້ວຍການຊະນະ ແຄັສເປີ ຣຸດ ຈາກນໍຣເວ (ນອກແວ) 3-1 ເຊັດ ໄດ້ແຊ້ມແກຣນສະແລມລາຍການທຳອິດໃນອາຊີບ ພ້ອມສ້າງປະຫວັດສາດຂຶ້ນເປັນມື 1 ຂອງໂລກດ້ວຍອາຍຸນ້ອຍສຸດ 19 ປີ 4 ເດືອນ 6 ວັນ ທຳລາຍສະຖິຕິຂອງ ເລຕັນ ເຮວິດ ຕຳນານນັກເທັນນິສຊາວອົດສະຕຣາລີ ທີ່ສ້າງໄວ້ໃນເດືອນພະຈິກ ປີ 2001 ດ້ວຍອາຍຸ 20 ປີ 9 ເດືອນ. ອາວຄາຣັຊ ມີ 6,740 ຄະແນນ.

ຂະນະທີ່ ແຄັສເປີ ຣຸດ ຮອງແຊ້ມ ຢູເອັສ ໂອເພັນ ປີນີ້ ຫຍັບຂຶ້ນ 3 ອັນດັບ ຈາກທີ 5 ມາຢູ່ທີ 2 ຂອງໂລກຄັ້ງທຳອິດ ມີ 5,850 ຄະແນນ,  ທີ 3 ຣາຟາເອວ ນາດາວ ຈາກແອັສປາຍ ມີ 5,810 ຄະແນນ, ສ່ວນ ດານິວ ແມັດເວເດັຟ ຈາກຣັດເຊຍ ຈາກມື 1 ຕົກມາເປັນມື 4 ຂອງໂລກ ມີ 5,065 ຄະແນນ, ທີ 5 ອາເລັກຊານເດີ ຊະເວເຣຟ ຈາກເຢຍລະມັນ, ທີ 6 ສະເຕຟານັອສ ຊິດຊີປັສ ຈາກເກຣັກ, ທີ 7 ໂນວັກ ໂຢໂຄວິກ ຈາກແຊັກບີ້, ທີ 8 ຄາເມຣ້ອນ ນໍຣຣີ້ ຈາກສະຫະຣາຊອານາຈັກ, ທີ 9 ອັງເດຣ ຣູເບັຟ ຈາກຣັດເຊຍ ແລະ ທີ 10 ຮູເບີດ ເຮີຄັກ ຈາກໂປແລນ (ໂປໂລຍ).

ປະເພດຍິງດ່ຽວ ອີກ້າ ສະເວຍເຕັກ ດາວເດັ່ນຊາວໂປແລນ (ໂປໂລຍ) ໄວ 21 ປີ ຜົນງານປະຈັກຕາເດັ່ນສຸດໃນປີນີ້ ແລະ ເປັນປີທອງຂອງ ສະເວຍເຕັກ ໄດ້ແຊ້ມແກຣນສະແລມ 2 ລາຍການໃນປີນີ້ ຫລ້າສຸດ ຢູເອັສ ໂອເພັນ 2022 ຊະນະ ອອນ ຈາເບີ ຈາກຕູນີເຊຍ (ຕູນີຊີ້) 2-0 ເຊັດ, ສະເວຍເຕັກ ກາຍເປັນນັກເທັນນິສຍິງຄົນທຳອິດຂອງປະເທດໂປໂລຍ ທີ່ສາມາດຄວ້າແຊ້ມ ຢູເອັສ ໂອເພັນ. ໂດຍ ສະເວຍເຕັກ ຍັງຮັກສາບັນລັງມືຂອງໂລກຢ່າງໜຽວແໜ້ນ ມີ 10,365 ຄະແນນ.

ຂະນະທີ່ ຮອງແຊ້ມ ອອນ ຈາເບີ ທີ່ສ້າງປະຫວັດສາດເປັນນັກເທັນນິສຈາກທະວີບອາຟຣິກາຄົນທຳອິດເຂົ້າຊິງແກຣນລະແລມ ຢູເອັສ ໂອເພັນ ອັນດັບໂລກຫຍັບຂຶ້ນ 3 ອັນດັບ ມາຢູ່ທີ 2 ຂອງໂລກຄັ້ງທຳອິດ ມີ 5090 ຄະແນນ, ສ່ວນທີ 3 ຂອງໂລກແມ່ນ ອາເນັດ ຄອນຕາວ້ຽດ ຈາກເອັສໂຕນີ້ ຕົກມາໜຶ່ງອັນດັບ, ທີ 4 ພໍລ້າ ບາໂດຊ້າ ຈາກແອັສປາຍ, ທີ 5 ເຈັສຊີກ້າ ເປກູລ້າ ຈາກອາເມຣິກາ, ທີ 6 ມາເຣຍ ຊັກກາຣີ້ ຈາກເກຣັກ, ທີ 7 ອາຣີນ້າ ຊາບາເຣັນກ້າ ຈາກເບລາຣຸສ, ທີ 8 ໂກໂກ້ ກັອຟ ຈາກອາເມຣິກາ, ທີ 9 ຊີໂມນ້າ ຮາເລັບ ຈາກຣູນາມນີ້, ທີ 10 ຄາໂຣລາຍ ກາເຊຍ ຈາກຝຣັ່ງ.

Photo: US Open

Leave a Reply

Your email address will not be published. Required fields are marked *