ສະຫະພັນບານເຕະນະຄອນຫລວງວຽງຈັນ ຮ່ວມກັບຜູ້ໃຫ້ການສະໜັບສະໜູນ ຈັດພິທີຖະແຫລງຂ່າວ ການແຂ່ງຂັນເຕະບານ ລາວ ໂຕໂຢຕ້າ ລາວລີກ 2 ນະຄອນຫຼວງ ປະຈຳປີ 2023 ໃນວັນທີ 26 ມິຖຸນາຜ່ານມາ ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ເດດສົງຄາມ ທຳມະວົງ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ, ທ່ານ ຢາຊູໂອະ ພິລາພັນເດຊ ຮອງຜູ້ອຳນວຍການບໍລິສັດ ລາວ ໂຕໂຢຕ້າ ບໍລິການ ຈຳກັດ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ສື່ມວນຊົນເຂົ້າຮ່ວມ.
ການແຂ່ງຂັນເຕະບານ ລາວ ໂຕໂຢຕ້າ ລາວລີກ 2 ນະຄອນຫຼວງ ປີນີ້ ມີ 12 ສະໂມສອນເຂົ້າຮ່ວມ ປະກອບມີ: ສະໂມສອນ ເມືອງຫາດ ຢູໄນເຕັດ ແຊ້ມເກົ່າ, ເຮັຈບີທີ 941, ໄອ-ສະປອດ, ເອັສທີທີ, ເອັສອີຊີ ຢູໄນເຕັດ, ເຄພີເອັສ, ເອັຟຊີ ຈັນທະບູລີ, ທີນິຕີ້, ມະຫາວິທະຍາໄລແຫ່ງຊາດລາວ, ຄິງດ້ອມ ຢູໄນເຕັດ, ເຄເອັມທີ ແລະ ສະໂມສອນ ຈັນສີ ເອັຟຊີ.
ການແຂ່ງຂັນຄັ້ງນີ້ ກຳນົດເງື່ອນໄຂນັກກິລາ ຕ້ອງມີອາຍຸ 16-26 ປີ ຈຶ່ງສາມາດເຂົ້າຮ່ວມໄດ້ ແລະ ຫ້າມບໍ່ໃຫ້ນັກກິລາຕ່າງຊາດເຂົ້າຮ່ວມ ຍ້ອນມີເຈດຈຳນົງຢາກພັດທະນານັກກິລາໄວໜຸ່ມ ເພື່ອປ້ອນໃຫ້ທີມຊາດ ແນໃສ່ປູກຝັງຈິດສຳນຶກໃຫ້ນັກກິລາຫ່າງໄກຈາກສິ່ງເສບຕິດ, ເປັນບ່ອນສ້າງວຽກເຮັດງານທໍາ, ສ້າງໃຫ້ເປັນນັກກິລາບານເຕະເຄິ່ງອາຊີບ ກ້າວໄປສູ່ນັກເຕະອາຊີບໃນອະນາຄົດ ແລະ ກ້າວໄປສູ່ຄວາມຝັນກາຍເປັນນັກເຕະອາຊີບຢູ່ລີກຕ່າງປະເທດໃນລະດັບພາກພື້ນ ແລະ ສາກົນ.
ສ່ວນຮູບແບບການແຂ່ງຂັນ ພົບກັນໝົດແບບໄປ-ກັບ ລະບົບລີກ ທີມໜຶ່ງຕ້ອງແຂ່ງ 22 ນັດ, ເຊິ່ງໄດ້ເລີ່ມທຳການແຂ່ງຂັນມາແລ້ວ ແຕ່ວັນທີ 27 ພຶດສະພາຜ່ານມາ ແລະ ຈະສຳເລັດໃນວັນທີ 22 ຕຸລາ 2023 ໂດຍນຳໃຊ້ສະໜາມກິລາເຈົ້າອານຸວົງ ຮອງຮັບການແຂ່ງຂັນເປັນຫຼັກ ແລະ ສະໜາມກິລາມະຫາວິທະຍາໄລແຫ່ງຊາດ ເປັນສະໜາມສໍາຮອງ. ທີມທີ່ໄດ້ແຊ້ມ ຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 12 ລ້ານກີບ ແລະ ໄດ້ສິດເລື່ອນຊັ້ນຂຶ້ນສູ່ລາວລີກ 1 ໃນປີຕໍ່ໄປ, ທີ 2 ໄດ້ຮັບເງິນລາງວັນ 11 ລ້ານກີບ, ທີສາມ 10 ລ້ານກີບ, ທຸກອັນດັບແມ່ນມີເງິນລາງວັນໃຫ້ຕາມແຕ່ລະອັນດັບ.
ປັດຈຸບັນ ຜ່ານການແຂ່ງຂັນມາແລ້ວ 5 ນັດ ເຮັຈບີທີ 941 ແລະ ເອັຟຊີ ຈັນທະບູລີ ເກາະຢູ່ກຸ່ມຜູ້ນຳ ມີ 13 ຄະແນນເທົ່າກັນ, ຮອງລົງມາ ເຄເອັມທີ ມີ 11 ຄະແນນ, ມະຫາວິທະຍາໄລແຫ່ງຊາດ 10 ຄະແນນ, ໄອ ສະປອດ 9 ຄະແນນ, ເມືອງຫາດ ແຊ້ມເກົ່າ ມີ 8 ຄະແນນ, ເອັສທີທີ 7 ຄະແນນ, ຄິງດ້ອມ ຢູໄນເຕັດ 5 ຄະແນນ, ເອັສອີຊີ ຢູໄນເຕັດ 4 ຄະແນນ, ທີນິຕີ້ ເອັຟຊີ 3 ຄະແນນ, ເຄພີເອັສ ແລະ ຈັນສີ ເອັຟຊີ ຍັງບໍ່ມີຄະແນນ.
ການແຂ່ງຂັນຄັ້ງນີ້ ໄດ້ຮັບການສະໜັບສະໜູນຫລັກຈາກ ບໍລິສັດ ລາວ ໂຕໂຢຕ້າ ບໍລິການ ອຸປະຖຳຫຼັກ 600 ລ້ານກີບ ເຊີນຊວນແຟນບານມາຮ່ວມຊົມ ຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ສະໂມສອນ ກໍຄືນັກກິລາ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ ແລະ ສົ່ງເສີມກິລາລາວ.
Photo: ສົງການ ພັນແພງດີ