ຍີ່ປຸ່ນ ຟອມເດັ່ນ ຄວ້າໄຊ 7 ນັດລວດ! ບານສົ່ງໃນຮົ່ມຊາຍ ເນຊັ່ນລີກ 2023

ການແຂ່ງຂັນບານສົ່ງໃນຮົ່ມຊາຍລະດັບໂລກ ລາຍການ FIVB ເນຊັ່ນລີກ ປະຈຳປີ 2023 ການແຂ່ງຂັນອາທິດທີ 2 ກຸ່ມທີ 4 ແຂ່ງທີ່ອໍເລອ໋ອງ ປະເທດຝຣັ່ງ, ຍີ່ປຸ່ນ ອັນດັບ 7 ຂອງໂລກ ຍັງຜົນງານດີຕໍ່ເນື່ອງ ຄວ້າໄຊຊະນະ 7 ນັດລວດ ຫລ້າສຸດເອົາຊະນະ ເບຣຊິນ ອັນດັບ 4 ຂອງໂລກ ອາດີດແຊ້ມປີ 2021 ແບບສຸດມັນ 3–2 ເຊັດ: 25–23, 25–21, 18–25, 22–25 ແລະ 18–16. ຂະນະທີ່ ການາດ້າ ແຊງຊະນະ ບຸນກາຣີ້ 3–1 ເຊັດ ແລະ ສະໂລເວນີ້ ແຊງຊະນະ ກູບ້າ 3–1 ເຊັດເຊັ່ນກັນ.

ກຸ່ມທີ 3 ແຂ່ງທີ່ຣັອດເຕີດຳ ປະເທດໂຮນລັງ: ໂປໂລຍ ເບີ 1 ຂອງໂລກ ແຊງຊະນະ ໂຮນລັງ 3–2 ເຊັດ, ແຊັກບີ້ ຊະນະ ເຢຍລະມັນ 3–1 ເຊັດ ແລະ ອີຕາລີ ຊະນະ ຈີນ 3–0 ເຊັດ.

ສະຫລຸບຕາຕະລາງອັນດັບປັດຈຸບັນ ຍີ່ປຸ່ນ ເປັນທີມນຳ ຊະນະ 7 ນັດລວດ, ຮອງລົງມາແມ່ນ ສະໂລເວນີ້ ຊະນະ 6 ເສຍ 1, ສະຫະລັດ ອາເມຣິກາ, ໂປໂລຍ ຊະນະ 5 ເສຍ 1, ເບຣຊິນ, ອີຕາລີ, ອາກຊັງຕິນ ຊະນະ 4 ເສຍ 2, ໂຮນລັງ, ແຊັກບີ້ ຊະນະ 3 ເສຍ 3, ອີຣານ ຊະນະ 2 ເສຍ 4, ການາດ້າ ຊະນະ 2 ເສຍ 5, ຝຣັ່ງ ຊະນະ 1 ເສຍ 4, ບຸນກາຣີ້, ກູບ້າ ຊະນະ 1 ເສຍ 5, ເຢຍລະມັນ ແລະ ຈີນ ຊະນະ 1 ເສຍ 6.

ສຳລັບການແຂ່ງຂັນບານສົ່ງໃນຮົ່ມຊາຍ ເນຊັ່ນລີກ 2023 ມີ 16 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນໃນຮອບຄັດເລືອກ ທຸກທີມໄດ້ພົບກັນໝົດ ໂດຍແບ່ງການແຂ່ງຂັນອອກເປັນ 3 ອາທິດ, ທີມໜຶ່ງຕ້ອງແຂ່ງໃຫ້ສຳເລັດ 12 ນັດ ແລ້ວຄັດເອົາທີ 1–8 ໄປແຂ່ງຂັນຮອບສຸດທ້າຍທີ່ປະເທດໂປໂລຍ ໃນລະຫວ່າງວັນທີ 19–23 ກໍລະກົດ 2023, ສ່ວນການຄັດເລືອກຈະສຳເລັດໃນວັນທີ 9 ກໍລະກົດ 2023.

Photo: Volleyball World

Leave a Reply

Your email address will not be published. Required fields are marked *