ຫງຽວນກວາງຮາຍ ຕົກລົງເຊັນສັນຍາກັບ ສະໂມສອນຕຳຫລວດ ຮາໂນ້ຍ ໃນລີກສູງສຸດຂອງຫວຽດນາມ

ຫງຽວນກວາງຮາຍ ກອງກາງທີມຊາດຫວຽດນາມ ຕົກລົງເຊັນສັນຍາກັບ ສະໂມສອນຕຳຫລວດ ຮາໂນ້ຍ ໃນລີກສູງສຸດຂອງຫວຽດນາມ (V.League 1) ພາຍຫລັງແຍກທາງກັບ ພໍລ ເອັຟຊີ (Pau FC) ທີມໃນລີກອັນດັບ 2 ຂອງຝຣັ່ງ ໃນທ້າຍລະດູການ 2022/23.
ຄວາມຈິງສັນຍາຂອງ ກວາງຮາຍ ຍັງເຫລືອກັບ Pau FC ໜຶ່ງລະດູການ ແຕ່ພາຍຫລັງກັບມາຈາກການຮັບໃຊ້ທີມຊາດຫວຽດນາມໃນ AFF Cup 2022 ກໍບໍ່ໄດ້ຮັບໂອກາດລົງສະໜາມ.
👉 ສະຖິຕິຂອງ ກວາງຮາຍ ລະດູການ 2022/23
👥 ລົງຫລິ້ນ : 13 ນັດ (ລີກເດີ 12 ນັດ, ຄຸບເດີຟຣອງ 1 ນັດ)
👕 ເປັນຕົວຈິງ : 2 ນັດ
🔁 ສຳຮອງ : 11 ນັດ
🕛 ລົງຫລິ້ນ 268 ນາທີ
⚽️ ຍິງ: 1 ປະຕູ
🥾 ແອັສຊິດ : 0
🟨 ບັດເຫລືອງ: 0
🟥 ບັດແດງ: 0
Photo: ASEAN FOOTBALL

Leave a Reply

Your email address will not be published. Required fields are marked *