ຊົມເຊີຍ! ສະຫະພັນກິລາ ອ໊ອບໂຣດນະຄອນຫຼວງວຽງຈັນ ໄດ້ 5 ລາງວັນ ງານແຂ່ງຂັນອ໊ອບໂຣດ ເພື່ອການກຸສົນ ຊຽງຄານ ຊາເລັ້ນ 2023

ສະຫະພັນກິລາ ອ໊ອບໂຣດນະຄອນຫຼວງວຽງຈັນ ໄດ້ 5 ລາງວັນ ງານແຂ່ງຂັນອ໊ອບໂຣດ ເພື່ອການກຸສົນ ລາຍການ ຊຽງຄານ ຊາເລັ້ນ 2023 ທີ່ຈັງຫວັດເລີຍ ປະເທດໄທ ໃນລະຫວ່າງວັນທີ 17-18 ມິຖຸນາ 2023.

ຄະນະນັກກິລາອ໊ອບໂຣດຈາກລາວຄັ້ງນີ້ ນຳໂດຍ ທ່ານ ວິຣະໄຊຄຳ ພິລາພັນເດຊ ປະທານສະຫະພັນ ກິລາອ໊ອບໂຣດ ນະຄອນຫຼວງວຽງຈັນ.

ສຳລັບຜົນງານຂອງສະຫະພັນກິລາ ອ໊ອບໂຣດນະຄອນຫຼວງວຽງຈັນ: ອັນດັບທີ 1 ລຸ້ນເລດີ້ ໂດຍ ນ. ເທບທິດາ ຂາວຜ່ອງ + ແສງການໄຟຟ້າ, ອັນດັບທີ 2 ລຸ້ນເລດີ້ ໂດຍ ນ. ຄຳຫຼ້າ + ທ່ານ ບົວເງິນ, ອັນດັບທີ 1 ລຸ້ນປີກນົກ ໂດຍ ທ່ານ ສັກ + ໂບ ສະຫະພັນກິລາອ໊ອບໂຣດນະຄອນຫລວງ + ບີບີ່ ອໍໂຕ້ຊ໋ອບ, ອັນດັບທີ 2 ລຸ້ນຄານແຂງ ໂດຍ ທ່ານ ບົວເງີນ + ພູເຂົາ, ລາງວັນຂັວນໃຈຊາວຊຽງຄານ ທ່ານ ບຸນຮຽງ (ພໍ່ບັກລັ່ງ) + ສີວິໄຊ (ດິ່ງ ຊັດຊັດຊ່າ).

Cr. ສະຫະພັນກິລາອ໊ອບໂຣດ ນະຄອນຫຼວງວຽງຈັນ Lao Offroad. & Isuzu Lao Services

Leave a Reply

Your email address will not be published. Required fields are marked *